01. ການລ້ຽງດູ ແລະ ການສຶກສາເດັກ ກ່ອນໄວຮຽນ
ກ່ອນຈະເຂົ້າຮຽນໃນຊັ້ນປະຖົມສຶກສາ, ເດັກນ້ອຍອາດຈະໄດ້ຮັບການເບິ່ງແຍງຫຼືການສຶກສາ ຈາກໂຮງລ້ຽງເດັກຫຼືໂຮງຮຽນອະນຸບານ.
(1)ໂຮງຝາກເດັກ
- ສູນຮັບລ້ຽງເດັກ (Childcare centers) ເປັນສະຖາບັນຈັດຕັ້ງ ແລະ ດຳເນີນງານພາຍໃຕ້ລັດຖະທຳມະນູນການດູແລເດັກ (ມາດຕາ 2) ໂດຍດູແລທາລົກ ແລະ ເດັກທີ່ມີອາຍຸແຕ່ 0 ຫາ 5 ປີ.
- ເວລາດູແລເດັກຢູ່ລະວ່າງເວລາ 07:30 ຫາ 16:00 ແລະ ມີການດູແລຂະຫຍາຍເວລາໄປຈົນເຖິງ 19:30 ສຳລັບເດັກທີ່ຕ້ອງການການດູແລເພີ່ມຕື່ມ. ບາງສະຖາບັນມີການໃຫ້ບໍລິການດູແລເດັກໃນເວລາກາງຄືນ ຫຼື ດູແລຕະຫຼອດ 24 ຊົ່ວໂມງ.
- ສູນຮັບລ້ຽງເດັກໃຊ້ຫຼັກສູດດູແລເດັກມາດຕະຖານ ສຳລັບເດັກອາຍຸ 0 ຫາ 2 ປີ ແລະ ຫຼັກສູດນູຣີ (Nuri Curriculum) ສຳລັບເດັກອາຍຸ 3 ເຖິງ 5 ປີ. ພວກເຂົາສອນເດັກທາລົກ ແລະ ເດັກນ້ອຍໃນການໃຊ້ຊີວິດຢ່າງມີສຸຂະພາບ ແລະ ປອດໄພ ແລະ ການມີພຶດຕິກຳທີ່ເໝາະສົມ ແລະ ຊ່ວຍພັດທະນາທັກສະທາງ ກາຍະພາບ, ສັງຄົມ ພາສາ, ຄວາມຮູ້ຄວາມເຂົ້າໃຈ ແລະ ອາລົມຂອງເດັກ.
- ຄ່າບໍລິການລາຍເດືອນຂອງສູນຮັບລ້ຽງເດັກ ຈະແຕກຕ່າງກັນຕາມໄລຍະເວລາການດູແລ, ອາຍຸຂອງເດັກ ແລະ ປະເພດຂອງສະຖານຮັບລ້ຽງເດັກ. ລັດຖະບານໃຫ້ການສະໜັບສະໜູນຕັ້ງແຕ່ KRW 394,000 ຫາ 540,000 ສຳລັບເດັກອາຍຸ 0 ເຖິງ 2 ປີ (ລວມທັງເດັກທີ່ມາຈາກຄອບຄົວທີ່ຫຼາກຫຼາຍວັດທະນະທຳ), KRW 280,000 ຕໍ່ເດືອນສຳລັບເດັກອາຍຸ 3 ເຖິງ 5 ປີທີ່ຮຽນຕາມຫຼັກສູດນູຣີ (ລວມທັງເດັກທີ່ມາຈາກຄອບຄົວທີ່ຫຼາກຫຼາຍວັດທະນະທຳ) ແລະ KRW 587,000 ສຳລັບເດັກພິການອາຍຸຕໍ່າກວ່າ 12 ປີທີ່ບໍ່ໄດ້ເຂົ້າຮຽນໃນໂຮງຮຽນ.
(2)ໂຮງຮຽນອະນຸບານ
- ໂຮງຮຽນອະນຸບານ ເປັນໂຮງຮຽນກ່ອນໄວຮຽນສຳລັບເດັກອາຍຸ 3 ເຖິງ 5 ປີ.
- ຫຼັກສູດຮຽນເປັນເວລາ 4 ເຖິງ 5 ຊົ່ວໂມງ ເຊິ່ງສາມາດຂະຫຍາຍເວລາໄດ້ເຖິງ 8 ຊົ່ວໂມງ ຕໍ່ວັນ ຫຼື ຫຼາຍກວ່າ ຜ່ານໂປຣແກຣຮຽນຫຼັງເລີກຮຽນ. ບໍລິການດູແລເດັກບາງຄັ້ງມີການບໍລິການໃນຊ່ວງຂະຫຍາຍເວລາ ອີງຕາມສະຖານະການຂອງໂຮງຮຽນອະນຸບານ ແລະ ຄວາມຕ້ອງການຂອງຜູ້ປົກຄອງ.
- ໂຮງຮຽນອະນຸບານເນັ້ນໜັກການສ້າງພື້ນຖານຂອງສັງຄົມປະຊາທິປະໄຕ ໂດຍການສົ່ງເສີມພັດທະນາການດ້ານສຸຂະພາບ ແລະ ອາລົມຈິດ. ດ້ານການສຶກສາແມ່ນໄດ້ສອນຕາມປື້ມຕຳລາທີ່ປະກອບດ້ວຍ 5 ດ້ານ: ອອກກຳລັງກາຍ/ສຸຂະພາບ, ການໂອ້ລົມຕິດຕໍ່ສື່ສານ, ການພົວພັນທາງສັງຄົມ, ການສ້າງປະສົບການດ້ານສິລະປະ, ແລະການສັງເກດທຳມະຊາດ. ປື້ມຕຳລາແມ່ນຈະປະກອບດ້ວຍການບູລະນາການດ້ານການສຶກສາໂດຍເນັ້ນໃສ່ປະສົບການແລະກິດຈະກຳ (ຫົວຂໍ້ການຮຽນຮູ້) ເພື່ອຊ່ວຍໃຫ້ເດັກເຕີບໂຕເປັນຜູ້ທີ່ມີພັດທະນາການຮອບດ້ານ.
- ລັດຖະບານໃຫ້ການສະໜັບສະໜູນຄ່າຮຽນລາຍເດືອນສຳລັບເດັກອາຍຸ 3 ຫາ 5 ປີ ດັ່ງນີ້: KRW 100,000 ຕໍ່ເດືອນ ສຳລັບໂຮງຮຽນອະນຸບານຂອງລັດ ແລະ KRW 280,000 ຕໍ່ເດືອນ ສຳລັບໂຮງຮຽນອະນຸບານເອກະຊົນ.
ສິ່ງທີ່ຄວນຮູ້ໄວ້!
ໂຮງຮຽນນະໂຍບາຍນາໆຊາດ(ອະນຸບານ)
ໂຮງຮຽນອະນຸບານທີ່ໄດ້ຮັບການກຳນົດໃຫ້ເປັນໂຮງຮຽນຕາມນະໂຍບາຍການສຶກສາຫຼາກຫຼາຍດ້ານວັດທະນະທຳ(ອະນຸບານ) ຈະຈັດການຮຽນການສອນຕາມຫຼັກສູດ ນູຣີ ຜ່ານກິດຈະກຳການຫຼິ້ນ ເພື່ອພັດທະນາຄວາມໄວຕໍ່ວັດທະນະທຳທີ່ຫຼາກຫຼາຍຂອງເດັກທຸກຄົນ. ນອກຈາກນີ້ ຍັງມີການຈັດການຮຽນການສອນສະເພາະທາງໃນດ້ານພາສາ, ການຮຽນຮູ້ພື້ນຖານ ແລະ ອື່ນໆ ສຳລັບເດັກທີ່ມາຈາກຄອບຄົວທີ່ຫຼາກຫຼາຍດ້ານວັດທະນະທຳ. ທ່ານສາມາດຄົ້ນຫາຄົ້ນຫາຂໍ້ມູນກ່ຽວກັບໂຮງຮຽນຕາມນະໂຍບາຍການສຶກສາຫຼາກຫຼາຍວັດທະນະທຳ(ອະນຸບານ) ໃນພື້ນທີ່ຂອງທ່ານໄດ້ຜ່ານທາງ ສຳນັກງານສຶກສາຂັ້ໜເມືອງ/ແຂວງ ຫຼື ສູນການສຶກສາສຳລັບວັດທະນະທຳທີ່ຫຼາກຫຼາຍ ແຫ່ງຊາດ (www.edu4mc.or.kr)
02ການຊ່ວຍເຫຼືອສໍາລັບຄ່າໃຊ້ຈ່າຍໃນການດູແລໃນຕອນກາງຄືນ, ໂຮງຮຽນສວນກ້າ, ຜົນປະໂຫຍດຂອງພໍ່ແມ່ແລະເງິນອຸດຫນູນສໍາລັບການລ້ຽງຢູ່ເຮືອນ
ກ່ອນເຂົ້າຮຽນໃນລະດັບປະຖົມສຶກສາ ທາລົກ ແລະ ເດັກນ້ອຍ(ອາຍຸ 0 ເຖິງ 5 ປີ) ສາມາດເຂົ້າຮຽນທີ່ສູນຮັບລ້ຽງເດັກ(ອາຍຸ 0 ເຖິງ 5 ປີ) ຫຼື ໂຮງຮຽນອະນຸບານ(ອາຍຸ 3 ເຖິງ 5 ປີ) ແລະ ລັດຖະບານຈະໃຫ້ການສະໜັບສະໜູນຄ່າໃຊ້ຈ່າຍຕາມຊ່ວງອາຍຸຂອງເດັກອຕ່ລະຄົນ.
ມີການໃຫ້ ເງິນອຸດໜູນຜູ້ປົກຄອງ (ເງິນສົດ) ແລະ ເງິນອຸດໜູນການລ້ຽງລູກຢູ່ບ້ານ ເພື່ອລົດພາລະຄ່າໃຊ້ຈ່າຍຂອງຜູ້ປົກຄອງທີ່ບໍ່ໄດ້ສົ່ງບຸດຫຼານຂອງຕົນໄປສະຖານຮັບລ້ຽງເດັກ ຫຼື ໂຮງຮຽນອະນຸບານ.
(1)ເງິນອຸດໜູນສໍາລັບດູແລເດັກ
ສະຖານຮັບລ້ຽງເດັກ (ສູນຮັບລ້ຽງເດັກ) ເປັນສະຖາບັນທີ່ດູແລເດັກຕັ້ງແຕ່ອາຍຸ 0 ເຖິງ 5 ປີ. ລັດຖະບານໃຫ້ການສະໜັບສະໜູນສຳລັບເດັກທີ່ຮຽນໃນສູນຮັບລ້ຽງເດັກ.
ກຸ່ມເປົ້າໝາຍ ທີ່ຈະໄດ້ຮັບການຊ່ວຍເຫຼືອ
ເດັກອາຍຸ 0 ເຖິງ 5 ປີ ທີ່ເຂົ້າຮຽນທີ່ສູນຮັບລ້ຽງເດັກກ່ອນທີ່ຈະເຂົ້າຮຽນລະດັບປະຖົມ ຈະມີສິດໄດ້ຮັບເງິນອຸດໜູນຄ່າຮັບລ້ຽງເດັກ ຖ້າວ່າກົງຕາມເງື່ອນໄຂຕໍ່ໄປນີ້.
- ໂດຍບໍ່ຄຳນຶງເຖິງລາຍຮັບ ຫຼື ຊັບສິນຂອງຄອບຄົວ ລັດຖະບານໃຫ້ເງິນອຸກໜູນຕັ້ງແຕ່ KRW 394,000 ຫາ 540,000 ສຳລັບເດັກອາຍຸ 0 ຫາ 2 ປີ (ລວມທັງເດັກທີ່ມາຈາກຄອບຄົວທີ່ຫຼາກຫຼາຍວັດທະນະທຳ), 280,000 ວອນຕໍ່ເດືອນ (ລວມທັງເດັກທີ່ມາຈາກຄອບຄົວທີ່ຫຼາກຫຼາຍວັດທະນະທຳ) ສຳລັບຫຼັກສູດ ນູຣີ ແລະ KRW 587,000 ສຳລັບເດັກພິການອາຍຸຕໍ່າກວ່າ 12 ປີທີ່ຍັງບໍ່ໄດ້ເຂົ້າໂຮງຮຽນ.
지원 대상 표 : 구분, 지원단가, 장애아보육료, 비고를 포함한 표입니다. | ລາຍການ | ມູນຄ່າການຊ່ວຍເຫຼືອ | ຄ່າລ້ຽງເດັກພິການ | ໝາຍເຫດ |
| ຄ່າຮັບລ້ຽງເດັກສຳລັບອາຍຸ 0 ປີ | 540,000 | 587,000 | - |
| ຄ່າຮັບລ້ຽງເດັກສຳລັບອາຍຸ 1 ປີ | 475,000 |
| ຄ່າຮັບລ້ຽງເດັກສຳລັບອາຍຸ 2 ປີ | 394,000 |
| ຄ່າຮັບລ້ຽງເດັກສຳລັບອາຍຸ 3 ເຖິງ 5 ປີ | 280,000 |
- ນັບແຕ່ ເດືອນ ມີນາ 2020 ເປັນຕົ້ນມາ ຍ້ອນມີການປັບປຸງລະບົບຊ່ວຍເງິນອຸດໜູນ ‘ຝາກເດັກ ພື້ນຖານ’ (07:30 ~16:00) ຈຶ່ງໄດ້ ສະໜັບສະໜູນເງິນອຸດໜູນ ສຳລັບຝາກເດັກ ໃຫ້ແຕ່ລະຄອບຄົວ ຕາມທີ່ລະບຸມານັ້ນ, ແຕ່ກໍລະນີ ມີຄວາມຈຳເປັນ ທີ່ຈະຕ້ອງໄດ້ຝາກລູກເພີ່ມເຕີມ(ລ່ວງເວລາ) ລັດຖະບານ ຈະໃຫ້ການຊ່ວຍເຫຼືອເງິນອຸດໜູນເປັນຊົ່ວໂມງ ເພິ່ມເຕີມ.
- ມີການໃຫ້ເງິນອຸດໜູນຄ່າຮັບລ້ຽງເດັກ ແກ່ເດັກພິການອາຍຸຕ່ຳກວ່າ 5 ປີ ທີ່ມີບັດຄົນພິການ (ໜັງສືຮັບຮອງການລົທະບຽນ) ໂດຍບໍ່ຂຶ້ນກັບລະດັບລາຍຮັບຂອງຄອບຄົວ. ເປັນກໍລະນີຍົກເວັ້ນ, ເດັກອາຍຸ 3 ເຖິງ 5 ປີທີ່ໄດ້ຮັບການຄັດເລືອກໃຫ້ໄດ້ຮັບການສຶກສາພິເສດຕາມ ມາດຕາ 15 ຂອງລັດຖະທຳມະນູນການສຶກສາພິເສດສຳລັບບຸກຄົນພິການ(Act on Special Education for Persons with Disabilities) ສາມາດຮັບການສະໜັບສະໜູນໄດ້ຖ້າຢື່ນເອກະສານສະແດງຜົນການວິນິດໄສ ຫຼື ປະເມີນທີ່ສະແດງວ່າຈຳເປັນຕ້ອງໄດ້ຮັບການສຶກສາພິເສດ. ນອກຈາກນີ້ ໃບຮັບຮອງທາງການແພດທີ່ຢື່ນບໍ່ຈຳເປັນຕ້ອງລະບຸລະດັບຄວາມພິການ ແຕ່ຜົນການວິນິດໄສທາງການແພດຈະຕ້ອງກົງຕາມຜະເພດ ແລະ ເກນຂອງບຸກຄົນພິການທີ່ໄດ້ກຳນົດໄວ້ໃນເອກະສານຕິດຄັດ 1 ຂອງ ດຳລັດວ່າດ້ວຍລັດຖະທຳມະນູນສະຫວັດດີການສຳລັບຜູ້ພິການ (Enforcement Decree of the Act on Welfare of Persons with Disabilities) ຫຼື ເກນການຄັດເລືອກບຸກຄົນທີ່ມີສິດໄດ້ຮັບການສຶກສາພິເສດ (Criteria for Selecting Persons Eligible for Special Education) ໃນເອກະສານຕິດຄັດ ຂອງ ດຳລັດວ່າດ້ວຍລັດຖະທຳມະນູນສະຫວັດດີການສຳລັບຜູ້ພິການ.
ວິທີສະໝັກ
ຜູ້ປົກຄອງ (ພໍ່ແມ່ ຫຼື ຜູ້ປົກຄອງອື່ນ) ສາມາດສະໝັກໄດ້ໂດຍການເຂົ້າໄປທີ່ ສູນບໍລິການຊຸມຊົນ eup, myeon, ຫຼື dong ໃນເຂດທີ່ເຂົາເຈົ້າອາໄສຢູ່ ຫຼື ຜ່ານທາງອອນໄລນ໌ຢູ່ໃນເວັບໄຊທ໌ສະຫວັດດີການ Bokjiro (www.bokjiro.go.kr). ໝາຍເຫດ: ແນວໃດກໍ່ຕາມ, ກະລຸນາຮັບຊາບວ່າເດັກພິການທີ່ບໍ່ໄດ້ລົງທະບຽນ ຜູ້ທີ່ຕ້ອງການໄດ້ຮັບຜົນປະໂຫຍດຕ້ອງສະໝັກດ້ວຍຕົວເອງ (ບໍ່ສາມາດສະໝັກທາງອອນລາຍໄດ້).
ຜູ້ປົກຄອງ
ການສະໝັກ
ສຳນັກງານເມືອງ·ຕຳບົນ ຫຼື
ສູນບໍລິການປະຊາຊົນແຂວງ ແລະ ເມືອງ
ການຄັດເລືອກ
ຜູ້ປົກຄອງ
ການໃຊ້ສູນເບິ່ງແຍງເດັກ,
ການຈ່າຍຄ່າເບິ່ງແຍງເດັກ
ສູນເບິ່ງແຍງເດັກ
ການຍື່ນເອກະສານ
ແບບຟອມຄໍາຮ້ອງຂໍ (ລວມທັງກໍລະນີແກ້ໄຂ)ໃຊ້ສິດທິປະໂຫຍດປະກັນສັງຄົມ (ຄູປອງບໍລິການສັງຄົມ) ໜັງສືແຈ້ງເຫດຜົນໃນການຂໍຮັບບໍລິການດູແລເດັກນນອກເວລາຮຽນ ແລະ ເອກະສານປະກອບເຫດຜົນ, ແບບຟອມສະໝັກບັດ National Happiness Card ແລະ ໜັງສືຍິນຍອມໃຫ້ເປີດເຜີຍ, ຈັດຫາ ແລະ ໃຊ້ຂໍ້ມູນເຄຣດິດສ່ວນບຸກຄົນ.
ຜູ້ທີ່ມີເງື່ອນໄຂໄດ້ຮັບບັດຄວາມສຸກຂອງພົນລະເມືອງ, ເຊິ່ງສາມາດໃຊ້ຈ່າຍສໍາລັບຄ່າໃຊ້ຈ່າຍໃນການດູແລເດັກ (ເງິນອຸດຫນູນຂອງລັດຖະບານແມ່ນຝາກເຂົ້າບັນຊີບັດໂດຍກົງ).
(2)ເງິນອຸດໜູນຄ່າຮຽນ
ເງື່ອນໄຂການຊ່ວຍເຫຼືອ
지원 대상 표 : 연령, 구분, 지원범위를 포함한 표입니다. | ອາຍຸ | ຫົວຂໍ້ | ຂອບເຂດການໃຫ້ຄວາມຊ່ວຍເຫຼືອ |
| 3 ເຖິງ 5 | ຄ່າສອນສໍາລັ ບເດັກນ້ອຍ | ສຳລັບເດັກອາຍຸ 3 ເຖິງ 5 ປີ ທີ່ເຂົ້າຮຽນໃນໂຮງຮຽນອະນຸບານຂອງລັດ, ໂຮງຮຽນອະນຸບານອົງການປົກຄອງທ້ອງຖິ່ນ ແລະ ໂຮງຮຽນອະນຸບານເອກະຊົນ ໂດຍບໍ່ຄຳນຶງເຖິງລະດັບລາຍຮັບຂອງຜູ້ປົກຄອງ |
| ຄ່າສອນສໍາລັບ ຫຼັກສູດຫຼັງເລີກ ຮຽນ | ສຳລັບເດັກທີ່ເຂົ້າຮ່ວມໂປຣແກຣມຫຼັງເລີກຮຽນ ຕໍ່ຈາກຫຼັກສູດປະຈຳຂອງໂຮງຮຽນອະນຸບານ (8 ຊົ່ວໂມງ ຫຼື 6 ຊົ່ວໂມງ ໂດຍການຍິນຍອມຂອງຜູ້ປົກຄອງ ລວມທັງຫຼັກສູດປະຈຳວັນ) |
- ການສະຫນັບສະຫນູນຄ່າຮຽນຂອງເດັກ ແມ່ນບໍ່ໄດ້ຊ່ວຍເຫຼືອແກ່ເດັກທີ່ບໍ່ແມ່ນສັນຊາດເກົາຫຼີ
ມູນຄ່າເງິນອຸດໜູນ
지원 금액 표 : 구분, 연령, 지원액을 포함한 표입니다. | ລາຍການ | ອາຍຸ | ຈຳນວນເງິນອຸດໜູນ (ລາຍເດືອນ) |
| ໂຮງຮຽນອະນຸບານແຫ່ງ ຊາດແລະສາທາລະນະ | ໂຮງຮຽນອະນຸບານ ເອກະຊົນ |
| ຄ່າຮຽນ | 5 | 100,000 | 280,000 |
| 4 |
| 3 |
| ຄ່າຮຽນຫຼັກສູດ ຫຼັງເລີກຮຽນ | 3 ເຖິງ 5 | 50,000 | 70,000 |
ຂັ້ນຕອນ ແລະ ວິທີການຊ່ວຍເຫຼືອ
- (ການສະໝັກ) ຜູ້ປົກຄອງເດັກສາມາດສະໝັກໄປທີ່ສູນບໍລິການຊຸມຊົນບ້ານ, ເມືອງຫຼືແຂວງ (ອິບ, ມຽງ, ດົງ) ຢູ່ໃນພື້ນທີ່ເຂົາເຈົ້າຢູ່ຫຼືສົ່ງຂໍທາງອອນລາຍໄດ້ທີ່(www.bokjiro.go.kr).
- (ການຕັດສິນຜູ້ມີເງື່ອນໄຂ) ກວດສອບວັນເກີດຂອງຜູ້ໄດ້ຮັບຜົນປະໂຫຍດ
- (ການສະໜັບສະໜູນ) ສະໜັບສະໜູນຄ່າຮຽນ ແລະ ໂປຣແກຣມຫຼັງເລີກຮຽນ ຫຼັງຈາກກວດສອບການເຂົ້າຮຽນຂອງເດັກອະນຸບານແລ້ວ.
- ຢັ້ງຢືນຄຸນສົມບັດ ແລະ ຈຳນວນເງິນສະໜັບສະໜູນ ໂດຍໃຊ້ບັດເອເລັກໂຕຣນິກ (National Happiness Card).
(3) ການຊ່ວຍເຫຼືອເພື່ອຜົນປະໂຫຍດຂອງພໍ່ແມ່
ຜົນປະໂຫຍດຂອງພໍ່ແມ່ແມ່ນຈ່າຍເພື່ອຊົດເຊີຍການສູນເສຍລາຍໄດ້ທີ່ເປັນຜົນມາຈາກການເກີດລູກແລະການລ້ຽງດູເດັກ, ແລະສະຫນອງການສະຫນັບສະຫນູນທີ່ສົມບູນແບບສໍາລັບການລ້ຽງດູເດັກໃນໄວເດັກທີ່ຕອບສະຫນອງກັບຄຸນລັກສະນະຂອງການພັດທະນາເດັກທີ່ມີຄວາມຈໍາເປັນໂດຍກົງໂດຍຜູ້ເບິ່ງແຍງຕົ້ນຕໍແມ່ນມີຄວາມສໍາຄັນ.
- ການມີສິດໄດ້ຮັບການຊ່ວຍເຫຼືອເດັກນ້ອຍເຖິງ 1 ປີ
- ລາຍລະອຽດການຊ່ວຍເຫຼືອ :
- 1 ລ້ານ KRW ຕໍ່ເດືອນສໍາລັບເດັກນ້ອຍອາຍຸຕ່ໍາກວ່າ 1 ປີ, 500,000 KRW ຕໍ່ເດືອນສໍາລັບເດັກນ້ອຍທີ່ມີອາຍຸຫຼາຍກວ່າ 1 ປີ.
- ວິທີການຊໍາລະ :
- ເງິນສົດເມື່ອເດັກນ້ອຍຖືກລ້ຽງຢູ່ເຮືອນ, ຫຼືບັດປະຈໍາຕົວໃນເວລາທີ່ໃຊ້ສູນດູແລເດັກເຕັມເວລາ.
- ຖ້າຈຳນວນເງິນຊ່ວຍເຫຼືອໃນບັດມີໜ້ອຍກວ່າຈຳນວນເງິນຊ່ວຍເຫຼືອຂອງພໍ່ແມ່, ສ່ວນຕ່າງແມ່ນຈະຊົດເຊີຍເປັນເງິນສົດ.
- ຄໍາຮ້ອງສະຫມັກ:
- ພໍ່ແມ່ / ຜູ້ປົກຄອງສາມາດສະຫມັກໄດ້ໂດຍການໄປທີ່ສູນສະຫວັດດີການການບໍລິຫານຂອງເດັກ / ເດັກນ້ອຍ (ສູນຊຸມຊົນ) ຫຼືສະຫມັກອອນໄລນ໌ (www.bokjiro.go.kr ຫຼືຜ່ານຄໍາຮ້ອງສະຫມັກໂທລະສັບມືຖື "Bokjiro").
(4)ເງິນເບ້ຍລ້ຽງອຸດໜູນຄອບຄົວລ້ຽງລູກ
- ການມີສິດໄດ້ຮັບການສະຫນັບສະຫນູນ :
- ເດັກອາຍຸລະຫວ່າງ 24 ເຖິງ 86 ເດືອນ (ກ່ອນເຂົ້າຮຽນລະດັບປະຖົມສຶກສາ) ທີ່ບໍ່ໄດ້ໄປສູນຮັບລ້ຽງເດັກ ຫຼື ໂຮງຮຽນອະນຸບານ ຫຼື ໃຊ້ບໍລິການດູແລເດັກແບບເຕັມວັນ (ຈະໄດ້ຮັບເງິນອຸດໜູນລ້ຽງດູເດັກ ສຳລັບເດັກອາຍຸ 0 ເຖິງ 23 ເດືອນ.)
- ໃນກໍລະນີເດັກອ່ອນທີ່ບໍ່ມີສັນຊາດເກົາຫຼີ, ບໍ່ໄດ້ໃຫ້ການຊ່ວຍເຫຼືອຄ່າດູແລຢູ່ບ້ານ (ຍົກເວັ້ນຊາວອົບພະຍົບ)
ມູນຄ່າເງິນຊ່ວຍເຫຼືອ
지원 금액 표 : 연령 별 양육수당, 농어촌 양육수당, 장애아동 양육수당을 포함한 표입니다. | ເງິນອຸດໜູນລ້ຽງດູເດັກ(Childcare Allowance) | ເງິນອຸດໜູນລ້ຽງດູເດັກໃນເຂດກະສິກຳ ແລະ ການປະມົງ (Childcare Allowance for Children in Agricultural and Fishing Regions) | ເງິນອຸດໜູນລ້ຽງດູສຳລັບເດັກທີ່ມີຄວາມບົກຜ່ອງ(Childcare Allowance for Children with Disabilities) |
| ອາຍຸ | ຈຳນວນເງິນ | ອາຍຸ | ຈຳນວນເງິນ | ອາຍຸ | ຈຳນວນເງິນ |
| 24-85 ເດືອນ | 100,000 | 24~35ເດືອນ | 156,000 | 24~35ເດືອນ | 200,000 |
| 36~47ເດືອນ | 129,000 | 36~85ເດືອນ | 100,000 |
| 48~85ເດືອນ | 100,000 |
- ໃຫ້ການຊ່ວຍເຫຼືອຈົນຮອດ 2 ເດືອນ ກ່ອນທີ່ຈະເຂົ້າຮຽນປະຖົມ
- ວັນທີຈ່າຍເບ້ຍລ້ຽງ :
- ວັນທີ 25 ຂອງທຸກໆເດືອນ (ຖ້າວັນທີ່ 25 ຕົກເປັນທ້າຍອາທິດ ຫຼື ວັນພັກທາງລັດຖະການ ແມ່ນຈະຈ່າຍໃຫ້ລ່ວງໜ້າ)
ວິທີການຈ່າຍເງິນ
- ຈ່າຍເບ້ຍລ້ຽງເປັນເງິນສົດ (ໂອນເຂົ້າບັນຊີທະນາຄານຂອງເດັກຫຼືພໍ່ແມ່)
- ສະເພາະພໍ່ແມ່ທີ່ລວມໃນສະມາຊິກຄອບຄົວເທົ່ານັ້ນ (ຫົວໜ່ວຍເບ້ຍລ້ຽງ) ຂອງໂຄງການລ້ຽງດູເດັກ
- ເງິນເບ້ຍລ້ຽງຈະຖືກຈ່າຍຫຼັງຈາກການຢັ້ງຢືນຄວາມຖືກຕ້ອງຂອງບັນຊີຜູ້ຮັບໂດຍນາຍຍົກເທດສະມົນຕີ,ນາຍບ້ານຫຼືຫົວໜ້າເຂດ
ການຈ່າຍເບ້ຍລ້ຽງ ໃນກໍລະນີປ່ຽນທີ່ຢູ່
- ມື້ຍົກຍ້າຍແມ່ນກົງກັບວັນທີ 15 ຫຼືກ່ອນນັ້ນ (ຈົນຮອດວັນທີ 15): ການຈ່າຍເງິນໂດຍນາຍຍົກເທດສະມົນຕີ,ນາຍບ້ານ,ຫຼືຫົວໜ້າເຂດຂອງທີ່ຢູ່ໃໝ່
- ມື້ຍົກຍ້າຍກົງກັບວັນທີ 16 ຫຼືກ່ອນນັ້ນ (ຫຼັງຈາກວັນທີ 16): ການຈ່າຍເງິນໂດຍນາຍຍົກເທດສະມົນຕີ,ນາຍບ້ານ,ຫຼືຫົວໜ້າເຂດຂອງທີ່ຢູ່ເກົ່າ.
ຫຼັງຈາກເດັກໄດ້ຖືກຄັດເລືອກໃຫ້ໄດ້ຮັບເງິນເບ້ຍລ້ຽງແລ້ວ, ລັດຈະຈ່າຍເງິນເບ້ຍລ້ຽງໃຫ້ຕັ້ງແຕ່ເດືອນທີ່ຂໍ ໄປຈົນຮອດ 2 ເດືອນສຸດທ້າຍ ກ່ອນທີ່ຈະເຂົ້າຮຽນປະຖົມ, ລັດຈະຈ່າຍເງິນເບ້ຍລ້ຽງເປັນລາຍເດືອນໂດຍບໍ່ມີການຄິດໄລ່ເພີ່ມເຕີມ.
- ສູນຄິດໄລ່ໄລຍະເວລາໃຫ້ເງີນຊ່ວຍເຫຼືອ: ຈົນຮອດເດືອນ ກຸມພາຂອງປີທີ່ເດັກເກີດ + 7 ປີ (ກ່ອນໄວຮຽນ)
ເງື່ອນໄຂການຄັດເລືອກ
- ໃຫ້ການຊ່ວຍເຫຼືອ ໂດຍບໍ່ຈຳແນກລະດັບລາຍຮັບຂອງແຕ່ລະຄອບຄົວ. ແຕ່ວ່າ, ສຳລັບ ເດັກພິການ ແມ່ນຕ້ອງໄດ້ ຈົດທະບຽນເປັນຖານະພິການ, ຖ້າເປັນເດັກຊາວກະສິກອນ ຕ້ອງໄດ້ຈົດທະບຽນ ເປັນເດັກຖານະກະສິກອນ ຈຶ່ງຈະໄດ້ຮັບ ການຊ່ວຍເຫຼືອພິເສດ ທີ່ເໝາະສົມ.
선정기준 표 : 구분, 양육수당, 농어촌양육수당, 장애아동양육수당을 포함한 표입니다. | ລາຍການ | ເງີນອຸດໜູນ ການລ້ຽງລູກ | ເງີນອຸດໜູນການລ້ຽງລູກ ຂອງຄອບຄົວຊາວກະສິກອນ | ເງີນອຸດໜູນການລ້ຽງ ລູກພິການ |
| ເອກະສານທີ່ຈຳເປັນ ໃນເວລາຮ້ອງຂໍ | ສຳເນົາປື້ມບັນຊີຂອງພໍ່ແມ່ ຫຼື ເດັກ | ສຳເລັບເດັກໃນຄອບຄົວທີ່ປະກອບອາຊີບກະເສດ/ປະມົງ (ຕ້ອງສະແດງໃບຮັບຮອງຜູ້ປະກອບອາຊີບກະເສດ/ປະມົງ ແລະ ອື່ນໆ.) | ຖ້າເປັນເດັກພິການ ‘ຕ້ອງມີໃບທະບຽນພິການ’ |
ການສະໝັກ
- ຜູ້ປົກຄອງເດັກສາມາດສະໝັກໄດ້ທີ່ສູນບໍລິການຊຸມຊົນ eup, myeon, ຫຼື dong (township) ໃນເຂດທີ່ຢູ່ຂອງເຂົາເຈົ້າ ຫຼື ຜ່ານທາງອອນໄລນ໌.
(www.bokjiro.go.kr, ຫຼື ແອັບ ‘복지로ບົກຈິໂຣ່’) ກໍ່ໄດ້.
(5)ໂຄງການເບີ່ງແຍງເດັກນ້ອຍ
ລັດຖະບານໃຫ້ໂຄງການການດູແລເດັກນ້ອຍທີ່ຜູ້ໃຫ້ການດູແລເດັກນ້ອຍໄປຢ້ຽມຢາມເພື່ອດູແລເດັກນ້ອຍທີ່ມີອາຍຸ 12 ປີ ຫຼື ຕໍ່າກວ່າ ສໍາລັບຄອບຄົວມີລາຍໄດ້ສອງທາງທີ່ບໍ່ມີເວລາພຽງພໍສໍາລັບການລ້ຽງດູເດັກນ້ອຍ. ໂຄງການດັ່ງກ່າວ ເປັນໂຄງ ການນະໂຍບາຍ ມີຈຸດປະສົງເພື່ອຫຼຸດຜ່ອນ ພາລະຂອງານລ້ຽງ ດູລູກຂອງພໍ່ແມ່ ແລະ ເພື່ອເພີ່ມຄວາມເຂັ້ມແຂງ ໃນການ ຄຸ້ມຄອງ ສະຖານທີ່ດູແລເດັກນ້ອຍ.
ເງື່ອນໄຂຜູ້ຈະໄດ້ຮັບ
- ເດັກນ້ອຍ ທີ່ໄດ້ສັນຊາດເກົາຫຼີ ທີ່ມີອາຍຸ ລະຫວ່າງ 3 ເດືອນ ຫາ12 ປີ ລົງມາ.
ອົງການຈັດຕັ້ງທີ່ດຳເນີນງານ
- ອົງການຈັດຕັ້ງທີ່ໃຫ້ການບໍລິການຮັບຝາກເດັກ ຈຳນວນ 231 ແຫ່ງ ໃນຂອບເຂດທົ່ວປະເທດເກົາຫຼີ
ບໍລິການຕົ້ນຕໍ
- ບໍລິການບໍ່ເຕັມເວລາ (Part-time service): ບໍລິການບາງລາຍການສຳລັບເດັກອາຍຸ 3 ເຖິງ 12 ເດືອນ ເຊັ່ນ ການໄປຮັບ-ສົ່ງທີ່ໂຮງຮຽນ/ສູນເດັກທາລົກ, ຊ່ວຍຈັດກຽມອຖປະກອນການຮຽນສຳລັບໂຮງຮຽນ/ສູນເດັກທາລົກ, ການດູແລຊົ່ວຄາວຈົນກວ່າຜູ້ປົກຄອງຈະມາເຖິງ, ກິດຈະກຳການຫຼິ້ນ ແລະ ການຈັດກຽມອາຫານຫວ່າງ ແລະ ອາຫານ.
- ບໍລິການດູແລເດັກທາລົກເຕັມວັນ (Full-day infant care service): ໃຫ້ການດູແລເຕັມວັນສຳລັບເດັກອາຍຸ 3 ເຖິງ ໂູ ເດືອນ
- ການບໍລິການຊ່ວຍເຫຼືອພິເສດສໍາລັບເດັກນ້ອຍທີ່ຕິດເຊື້ອພະຍາດ: ການຊ່ວຍເຫຼືອພິເສດສໍາລັບການຂົນສົ່ງຂອງໂຮງຫມໍແລະການບໍລິການດູແລເດັກອາຍຸ 3 ເດືອນຫາ 12 ປີເພື່ອປົກປ້ອງພວກເຂົາຢູ່ເຮືອນເນື່ອງຈາກພະຍາດຕິດຕໍ່ຫຼືການລະບາດ.
ວິທີ ແລະ ຂັ້ນຕອນການສະໝັກ
ຄວາມຕ້ອງການໃຊ້ບໍລິການ(ອອກບັດແຫ່ງຄວາມສຸກຂອງປະຊາຊົນ ເປັນຊື່ຂອງຜູ້ສະໝັກ)
-
ຜູ້ທີ່ບໍ່ຢູ່ໃນເງື່ອນໄຂການຊ່ວຍເຫຼືອຂອງລັດ
-
ສະໝັກເປັນສະມາຊີກ
ເຂົ້າໄປໃນເວັບໄຊ້ໂຄງການຊ່ວຍເຫຼືອເດັກ(idolbom.go.kr)ແລ້ວ ເຂົ້າເປັນສະມາຊີກ ຈາກນັ້ນ ຮ້ອງຂໍເປັນສະມາຊີກຖາວອນ
-
ເຫັນດີເປັນສະມາຊີກຖາວອນ(ອົງການກ່ຽວຂ້ອງທີ່ໃຫ້ບໍລິການ)
-
ສຳລັບ ຜູ້ທີ່ຢູ່ໃນເງື່ອນໄຂການຊ່ວຍເຫຼືອຂອງລັດຖະບານ
-
ເຂົ້າໄປຫ້ອງການບ້ານ
ການສະໝັກຂໍການສະໜັບສະໜູນຈາກລັດຖະບານ ສາມາດສະໝັກໄດ້ທີ່ສູນຊຸມຊົນອຶບ(eup), ມະຍອນ(myeon) ຫຼື ທົງ(dong) ທີ່ເຂດຮັບຜິດຊອບຕາມທະບຽນບ້ານຂອງເດັກ.
ຖ້າຜູ້ປົກຄອງທັງສອງເປັນພະນັກງານທີ່ລົງທະບຽນໃນລະບົບປະກັນສຸຂະພາບແຫ່ງຊາດຕາມຜູ້ວ່າຈ້າງ ຫຼື ຖ້າຜູ້ປົກຄອງເປັນພໍ່ແມ່ລ້ຽງດ່ຽວທີ່ລົງທະບຽນປະກັບສຸຂະພາບແຫ່ງຊາດຕາມກົດໝາຍວ່າດ້ວຍການສະໜັບສະໜູນຜູ້ປົກຄອງລ້ຽງດ່ຽວ(Single-Parent Family Support Act) ທ່ານສາມາດຮັບການສະໜັບສະໜູນຈາກລັດຖະບານໄດ້ທາງເວັບໄຊ Bokjiro (www.bokjiro.go.kr)
-
ແຈ້ງການ(ໂດຍຂໍ້ຄວາມ ແລະ ໃບແຈ້ງການຈາກໄປສະນີ)
-
ການເຂົ້າເປັນສະມາຊີກ
ແມ່ນເຂົ້າໄປໃນເວັບໄຊ້ຂອງໂຄງການຊ່ວຍເຫຼືອເດັກນ້ອຍ(idolbom.go.kr) ຈາກນັ້ນ ສະໝັກເຂົ້າເປັນສະມາຊີກຖາວອນ.
-
ຮ້ອງຂໍການບໍລິການ
ເຂົ້າໄປໃນເວັບໄຊ້ແລ້ວ ຮ້ອງຂໍການບໍລິການ ທີ່ສອດຄ່ອງກັບວັນເວລາທີ່ຕົນຕ້ອງການ
-
ການຊຳລະຄ່າບໍລິການ
ຖ້າທ່ານໃຊ້ບັດແຫ່ງຄວາມສຸກຂອງປະຊາຊົນ, ຕ້ອງໄດ້ຊຳລະຄ່າບໍລິການ ໃຫ້ບໍລິສັດທີ່ອອກບັດໃຫ້.
*ສຳລັບ ຜູ້ໃຊ້ບັນຊີເອເລັກໂຕນີກ ຕ້ອງໄດ້ຊຳລະຄ່າໃຊ້ບໍລິການ ລ່ວງໜ້າ 1 ວັນ ກ່ອນຈະໄປໃຊ້ບໍລິການ.
-
ການໃຊ້ບໍລິການ
- ເບີສໍາລັບຂໍ້ມູນເພີ່ມເຕີມສອບຖາມທີ່ສູນບໍລິການດູແລເດັກນ້ອຍທີ່ໃກ້ຄຽງພາຍໃນປະເທດ, ຫຼື ຄົ້ນຫາໃນເວັບໄຊທ໌, idolbom.go.kr. ສໍາລັບ ການການຊ່ວຍເຫຼືອເພີ່ມເຕີມ, ໃຫ້ໂທຫາ ☎1577-1366 (Danuri Helpline)