ຫຼັກສູດປະຖົມຈະແກ່ຍາວເຖິງຫົກປີ. ໃນປີຕໍ່ໄປ, ເດັກນ້ອຍມີອາຍຸຫົກປີ (ເທົ່າກັບແປດປີໃນອາຍຸຂອງພາສາເກົາຫຼີ. ໃນປະເທດເກົາຫຼີ, ເດັກນ້ອຍມີອາຍຸຫນຶ່ງປີໃນປີເກີດຂອງເຂົາເຈົ້າແລະກາຍສອງປີເລີ່ມຕົ້ນໃນວັນທີ 1 ມັງກອນຂອງປີຕໍ່ໄປ. ສໍາລັບເດັກນ້ອຍທີ່ເກີດໃນເດືອນທັນວາ. 31, 2016, ພວກເຂົາຈະມີອາຍຸສອງປີໃນວັນທີ 1 ມັງກອນ 2017). ການເຂົ້າຮຽນຂອງເຂົາເຈົ້າຢູ່ໂຮງຮຽນປະຖົມເລີ່ມຕົ້ນໃນວັນທີ 1 ເດືອນມີນາ. ຢ່າງໃດກໍ່ຕາມ, ນັກຮຽນສາມາດລົງທະບຽນໄດ້ຕັ້ງແຕ່ປີຕໍ່ມາໃນມື້ທີ່ພວກເຂົາມີອາຍຸຫ້າຫຼືເຈັດປີ. ການສຶກສາປະຖົມແມ່ນພາກບັງຄັບ ແລະບໍ່ເສຍຄ່າ. ພົນລະເມືອງເກົາຫຼີຕ້ອງລົງທະບຽນລູກຂອງເຂົາເຈົ້າໃນໂຮງຮຽນປະຖົມແລະຮັບປະກັນວ່າເຂົາເຈົ້າເຂົ້າຮຽນຈົນກ່ວາຮຽນຈົບ. ຖ້າພໍ່ແມ່, ພົນລະເມືອງເກົາຫຼີ, ບໍ່ສົ່ງລູກໄປໂຮງຮຽນປະຖົມ, ເຂົາເຈົ້າອາດຈະຖືກປັບໃໝ.
01ຫຼັກສູດການຮຽນການສອນ
ຫຼັກສູດລະດັບປະຖົມສຶກສາປະກອບດ້ວຍການຮຽນເປັນລາຍວິຊາ ແລະ ກິດຈະກຳສ້າງສັນປະສົບການ ໂດຍມີເປົ້າໝາຍເພື່ອປູກຝັງນິໄສພື້ນຖານ ແລະ ທັກສະພື້ນຖານທີ່ຈຳເປັນຕໍ່ການໃຊ້ຊີວິດປະຈຳວັນ ແລະ ການຮຽນຮູ້ ລວມໄປເຖິງການພັດທະນາຈາລິຍະທຳທີ່ດີງາມ. ວິຊາທີ່ນັກຮຽນຊັ້ນປະຖົມສຶກສາປີທີ 1 ແລະ 2 ຈະໄດ້ຮຽນໄດ້ແກ່ ພາສາເກົາຫຼີ, ຄະນິດສາດ, ຊີວິຢ່າງມີລະບຽບວິໄນ, ຊີວິດຢ່າງຊານສະຫຼາດ ແລະ ຊີວິດຢ່າງມີຄວາມສຸກ. ວິຊາທີ່ນັກຮຽນຊັ້ນປະຖົມສຶກສາປີທີ 3 ເຖິງ 6 ຈະໄດ້ຮຽນໄດ້ແກ່ ພາສາເກົາຫຼີ, ສັງຄົມສຶກສາ/ຈາຣິຍະທຳສຶກສາ, ຄະນິດສາດ, ວິທະຍາສາດ/ສິລະປະແບບປະຍຸກ, ພາລະສຶກສາ, ສິລະປະ(ດົນຕີ/ສິລປະ) ແລະ ພາສາອັງກິດ. ກິດຈະກຳສ້າງສັນປະສົບການ ເປັນກິດຈະກຳນອກຫຼັກສູດ ທີ່ນັກຮຽນສາມາດນຳສິ່ງທີ່ຮຽນມາໄປປະຍຸກໃຊ້ ແລະ ຝຶກຝົນຜ່ານກິດຈະກຳ. ຜ່ານກິດຈະກຳທີ່ເລືອກໄດ້ ແລະ ກິດຈະກຳບໍລິຫານຕົນເອງ, ກິດຈະກຳສະໂມສອນ ແລະ ກິດຈະກຳແນະແນວອາຊີບ(ໃນກໍລະນີຂອງນັກຮຽນຊັ້ນປີທີ 5 ແລະ 6 ໄດ້ແກ່ ກິດຈະກຳທີ່ເລືອກໄດ້, ກິດຈະກຳສະໂມສອນ, ກິດຈະກຳອາສາ ແລະ ກິດຈະກຳແນະແນວອາຊີບ) ນັກຮຽນຈະໄດ້ສຳຫຼວດ ແລະ ຄົ້ນພົບຄວາມເປັນຕົວຂອງຕົວເອງ ແລະ ພອນສະຫວັນ, ແລະ ການພັດທະນາທັກສະພື້ນຖານຊີວິດ ແລະ ຈິິດສຳນຶກພົນລະເມືອງທີ່ຈຳເປັນຕໍ່ການໃຊ້ວິດໃນສັງຄົມ. ນັກຮຽນຊັ້ນປະຖົມສຶກສາຈະມີຊົ່ວໂມງຮຽນ 40 ນາທີຕໍ່ໜຶ່ງຊົ່ວໂມງຮຽນ ແລະ ໂດຍທົ່ວໄປ ຊັ້ນ ປ.1 ແລະ ປ.2 ຈະມີວັນລະ 4 ເຖິງ 5 ຊົ່ວໂມງຮຽນ, ສ່ວນຊັ້ນ ປ.3 ເຖິງ 6 ຈະມີວັນລະ 5 ຫາ 6 ຊົ່ວໂມງຮຽນ.
02ຄູ່ມືໃນການເຂົ້າຮຽນປະຖົມສຶກສາ
(1)ເງື່ອນໄຂຜູ້ຈະໄດ້ເຂົ້າຮຽນປະຖົມ
ຜູ້ຈົດຊື່ເຂົ້າຮຽນທີ່ໂຮງຮຽນປະຖົມສຶກສາເປັນເດັກ ທີ່ຈະມີອາຍຸ ຮອດ 6 ປີ ໃນລະຫວ່າງ ວັນທີ່ 1 ມັງກອນ ເຖີງ ວັນທີ່ 31 ທັນວາຂອງປີນັ້ນ ຈຶ່ງຈະມີເງື່ອນໄຂຈົດຊື່ເຂົ້າຮຽນ ຢູ່ໂຮງຮຽນ ປະຖົມສຶກສາ ໃນເດືອນມີນາ ຂອງປີໜ້າ.
ເປົ້າໝາຍແມ່ນສຸ່ມໃສ່ເດັກທີ່ບໍ່ໄດ້ຈົດຊື່ເຂົ້າຮຽນໃນປີກາຍ ໂດຍທີ່ໄດ້ເລື່ອນກຳນົດການຈົດຊື່ເຂົ້າຮຽນແບບບັງຄັບ ໃນປີຜ່ານມາແລ້ວ, ແຕ່ ບໍ່ລວມເດັກ ທີ່ໄດ້ຈົດຊື່ເຂົ້າຮຽນແລ້ວ. - ຜູ້ທີ່ໄດ້ຮັບເຂົ້າເປັນຊັ້ນຮຽນທີ 1 ໃນປີ 2022: ເດັກເກີດລະຫວ່າງ 1/1/2015 ແລະ 12/31/2022
(2)ຂັ້ນຕອນການຈົດຊື່ເຂົ້າຮຽນປະຖົມ
ຂັ້ນຕອນການຈົດຊື່ເຂົ້າຮຽນປະຖົມສຶກສາ ມີດັ່ງຕໍ່ໄປນີ້.
-
- ການຈັດທຳບັນຊີເດັກນ້ອຍທີ່ເຂົ້າຮຽນ
(10.31 ມື້) - ສຳນັກງານເມືອງ/ເຂດ ຫຼື
ສູນບໍລິການປະຊາຊົນດົງ
-
- ການສະໝັກເຂົ້າຮຽນກ່ອນເວລາ,
ການເລື່ອນການເຂົ້າຮຽນ
(10.1~12.31) - ຜູ້ປົກຄອງ
ພໍ່ແມ່
-
- ການແຈ້ງກ່ຽວກັບການເຂົ້າຮຽນ
(12.20 ມື້) - ສຳນັກງານເມືອງ/ເຂດ ຫຼື
ສູນບໍລິການປະຊາຊົນດົງ
-
- ການຮວມຕົວເບື້ອງຕົ້ນ
- ໂຮງຮຽນປະຖົມ
-
- ການເຂົ້າຮຽນ
- ໂຮງຮຽນປະຖົມ
ໂຮງຮຽນປະຖົມສຶກສາຂອງລັດຫຼືເອກະຊົນຄັດເລືອກນັກຮຽນໂດຍກົງໂດຍບໍ່ຕ້ອງຜ່ານຂັ້ນຕອນການສະໝັກຂ້າງເທີງນີ້. ໄລຍະເວລາໃນການຮັບເດັກເຂົ້າຮຽນຂອງແຕ່ລະໂຮງຮຽນມີຄວາມແຕກຕ່າງກັນ. ດັ່ງນັ້ນ, ໃນກໍລະນີທີ່ ພໍ່ແມ່ຕ້ອງການຈົດຊື່ລູກ ຂອງ ຕົນເຂົ້າຮຽນໃນໂຮງຮຽນປະຖົມສຶກສາຂອງລັດຫຼືເອກະຊົນ, ເຂົາເຈົ້າຕ້ອງສອບຖາມຈາກທາງໂຮງຮຽນ ໂດຍກົງເຖິງການຮັບສະໝັກ ຫຼື ສະໝັກທາງອອນລາຍຜ່ານໜ້າເວັບໄຊທ໌ຫຼັກຂອງໂຮງຮຽນ.
- ໂຮງຮຽນປະຖົມສຶກສາຂອງລັດໄດ້ເປັນສະມາຊິກຂອງໂຮງຮຽນປະຖົມສຶກສາຂອງມະຫາວິທະຍາໄລຫຼືວິທະຍາໄລສ້າງຄູ. ມາມາດ ເລືອກໂຮງຮຽນເອກະຊົນໄດ້ໂດຍການສອບຖາມຫ້ອງການຊ່ວຍເຫຼືອການສຶກສາຢູ່ໃກ້ບ້ານຂອງທ່ານ.
(3)ການເຂົ້າຮຽນໃນເກນອາຍຸ ແລະ ການເລື່ອນການເຂົ້າຮຽນ
ພໍ່ແມ່ຜູ້ປົກຄອງ ທີ່ຕ້ອງການນຳລູກໄປເຂົ້າໂຮງຮຽນ ຕາມເກນອາຍຸ ຫຼື ຕ້ອນການເລື່ອນການເຂົ້າຮຽນ ສຳລັບລູກ ຕ້ອງໄດ້ ໄປ ແຈ້ງຕໍ່ຫ້ອງ ການເຂດ ຫຼື ຫ້ອງການຕາແສງ ທີ່ຕົນອາໄສຢູ່ນັ້ນ ພາຍໃນ ວັນທີ່ 1 ຕຸລາ ເຖີງ ວັນທີ່ 31 ທັນວາຂອງ ທຸກໆປີ.
ເດັກທີ່ຢູ່ໃນເປົ້າໝາຍເຂົ້າຮຽນ ຫຼືເລື່ອນເຂົ້າຮຽນ
- ການເຂົ້າຮຽນແຕ່ອາຍຸນ້ອຍ: ເດັກທີ່ມີອາຍຸຮອດ 5 ປີເຕັມທີ່ນັບແຕ່ວັນທີ່1 ມັງກອນ ເຖີງ ວັນທີ່31 ທັນວາຂອງປີນັ້ນ ທີ່ ຕ້ອງການຢາກສະໝັກເຂົ້າຮຽນ ຢູ່ໂຮງຮຽນປະຖົມ ກ່ອນກໍານົດ (ສາມາດຈົດຊື່ເຂົ້າຮຽນກ່ອນກໍານົດ 1 ປີເທົ່ານັ້ນ)
- ນອກເໜືອໄປຈາກສິ່ງທີ່ກ່າວໄວ້ຂ້າງຕົ້ນແລ້ວ, ເດັກນ້ອຍທີ່ເກີດໃນລະຫວ່າງວັນທີ 1/1/2016 ຫາ 12/31/2016 ກໍ່ໄດ້ຮັບການຍອມຮັບເປັນນັກຮຽນຊັ້ນປະຖົມໃນປີ 2022 ເຊັ່ນກັນ.
- ການສະໝັກຊ້າ: ເດັກທີ່ມີອາຍຸ 6 ປີເຕັມ ແຕ່ຕ້ອງການເຂົ້າຮຽນໃນໂຮງຮຽນປະຖົມສຶກສາ ຊ້າໜຶ່ງປີ
- ພໍ່ແມ່ໄດ້ຮັບອະນຸຍາດໃຫ້ຍົກເລີກການສົ່ງລູກເຂົ້າໂຮງຮຽນເປັນນັກຮຽນຊັ້ນປະຖົມ 1 ປີ ເທົ່າກັບຜູ້ທີ່ເກີດໃນປີ 2015.
- ການຈົດຊື່ເຂົ້າຮຽນກ່ອນຫຼືຫຼັງກຳນົດແມ່ນຄວາມຕັດສິນໃຈຂອງພໍ່ແມ່,ດັ່ງນັ້ນເຂົາເຈົ້າຕ້ອງໄດ້ຄິດຮອບຄອບກ່ອນຈະຕັດສິນໃຈ.
(4)ການສະໝັກເຂົ້າຮຽນຂອງເດັກຕ່າງຊາດ
ສຳລັບ ຢູ່ປະເທດເກົາຫຼີພວກເຮົາ ຈະໃຫ້ສິດທິ ແກ່ເດັກນ້ອຍ ທີ່ຢູ່ໃນເກນອາຍຸເຂົ້າຮຽນປະຖົມ ໂດຍບໍ່ຈຳກັດສັນຊາດ ແລະ ວິຊາພັກເຊົາໃນເກົາຫຼີ.
ພຽງແຕ່ທ່ານ ນຳເອົາໃບຢັ້ງຢືນການເຂົ້າປະເທດເກົາຫຼີ ຫຼື ບັດຕ່າງດ້າວ ຫຼື ໃບຢັ້ງຢືນການຮຽນ ໃນຊັ້ນຜ່ານມາ ໄປຍື່ນຕໍ່ອຳນວຍການໂຮງຮຽນປະຖົມໃນເຂດບ້ານຂອງຕົນເທົ່ານັ້ນ ເດັກຂອງທ່ານ ກໍ່ຈະໄດ້ເຂົ້າຮຽນແລ້ວ. - ສຳລັບ ຜູ້ທີ່ບໍ່ມີໃບຢັ້ງຢືນການເຂົ້າອອກປະເທດເກົາຫຼີ, ສາມາດເອົາໃບສັນຍາການເຊົ່າເຮືອນ ແລະ ໃບຢັ້ງຢືນທີ່ຢູ່ ໄປຍື່ນຕໍ່ໂຮງຮຽນ ເພື່ອໃຫ້ລູກ ໄດ້ເຂົ້າຮຽນ.
- ເອກະສານຢັ້ງຢືນການຮຽນ: ໃບປະກາສະນິຍະບັດ, ໃບຢັງຢືນການຮຽນ, ໃບຄະແນນ
- ອົງການຂອງພວກເຮົາ ໄດ້ຂຽນປື້ມຄູ່ມືແນະນຳການຮຽນ ທີ່ມີຫົວຂໍ້ວ່າ ‘ການສົ່ງລູກ ໄປໂຮງຮຽນ’ ແລະ ໄດ້ແປປື້ມຄູ່ມືດັ່ງກ່າວ ເປັນ 12 ພາສາຕ່າງປະເທດ ເພື່ອອຳນວຍຄວາມສະດວກ ແກ່ບັນດາພໍ່ແມ່ ນັກຮຽນ ທີ່ເປັນຊາວຕ່າງດ້າວ. ທ່ານ ສາມາດເຂົ້າໄປດາວໂຫຼດຢູ່ໃນເວັບໄຊ້ບໍລິການສຶກສາວັດທະນະທຳ ນາໆຊາດ(www.edu4mc.or.kr) ຫຼື ສອບຖາມສູນຊ່ວຍເຫຼືອຄອບຄົວຫຼາຍວັດທະນະທຳ ທີ່ຢູ່ໃກ້ບ້ານຂອງທ່ານ ກໍ່ໄດ້.
03ການກຽມຕົວເຂົ້າຮຽນ
ການຈົດຊື່ເຂົ້າຮຽນອາດຈະເຮັດໃຫ້ເດັກມີທັງຄວາມມ່ວນຊື່ນແລະຕຶງຄຽດໄດ້. ຢູ່ໃນເຮືອນ,ພໍ່ແມ່ຄວນສົ່ງເສີມໃຫ້ເດັກມີຄວາມກຽມພ້ອມໃນການໃຊ້ຊີວິດຢູ່ໃນໂຮງຮຽນດ້ວຍຄວາມເບີກບານມ່ວນຊື່ນ.
- ການນຸ່ງຖື(ຊຸດນັກຮຽນ) :
- ນຸ່ງຊຸດນັກຮຽນ ແບບລຽບງ່າຍແລະເປັນເຄື່ອງທີ່ນຸ່ງສະບາຍຈະເຮັດໃຫ້ລາວໃຊ້ຊີວິດໃນໂຮງຮຽນ ໄດ້ສະດວກສະບາຍ, ແລ້ວສົ່ງເດັກໄປໂຮງຮຽນ.
- ກະເປົາເປ້ :
- ກະເປົາເປ້ຂອງນັກຮຽນບໍ່ຄວນໃຫຍ່ເກີນໄປ,ແລະຄວນໃຫ້ເດັກສາມາດພາຍໃສ່ບ່າໄດ້ງ່າຍ. ຄວນກຽມຖົງເປ້ທີ່ງ່າຍ ແລະ ເໝາະສົມ,ແທນການກຽມຖົງເປ້ແບບສະລັບສັບຊ້ອນຫຼືເປັນຖົງເປ້ທັນສະໄໝເກີນໄປ.
- ສໍດຳ,ກ່ອງສໍດຳ ແລະ ຢາງລຶບ :
- ກ່ອງສໍດຳຄວນຈະເປັນແບບລຽບງ່າຍແທນກ່ອງສໍດຳທີ່ສັບສົນ,ແລະບໍ່ຄວນໃຊ້ກ່ອງສໍ ດຳທີ່ມີເຄື່ອງຫຼິ້ນເກມ. ໃນໄລຍະເປີດສົກຮຽນໃໝ່ຂໍແນະນຳໃຫ້ໃຊ້ສໍດຳປະເທດ2B (ສີດໍາ). ກຽມສໍດໍາສອງຫຼືສາມອັນພ້ອມດ້ວຍ ກ່ອງສໍດຳໜຶ່ງອັນ. ໃນຂັ້ນຮຽນສູງກ່ວາ, ຂໍແນນນຳໃຫ້ໃຊ້ສໍດຳແບບກົດອອກ.
- ປື້ມຂຽນ :
- ກຽມປື້ມຂຽນສຳລັບຊັ້ນປະຖົມປີທີ 1 ແລະປີທີ 2. ກະກຽມປື້ມຝຶກຫັດຢູ່ບ້ານແລະປື້ມຂຽນທົ່ວໄປກ່ອນລ່ວງໜ້າ, ແລະ ເຮັດຕາມຄຳແນະນຳຂອງຄູປະຈຳຫ້ອງໃນການກະກຽມປື້້ມຂຽນອື່ນໆ(ປື້ມຝຶກຂຽນຕາມຮອຍຈໍ້າ,ປື້ນບົດເຝີກຫັດຢູ່ບ້ານ,ປື້້ມຂຽນທົ່ວໄປ ແລະ ອື່ນໆ
- ສໍສີທຽນ ແລະ ສໍສີ :
- ສໍສີສິບສອງອັນແມ່ນມີຄວາມເໝາະສົມສໍາລັບ ຫ້ອງ ປ1.
- ຖົງໃສ່ເກີບແລະເກີບໃສ່ໃນຫ້ອງຮຽນ :
- ຖົງໃສ່ເກີບຄວນຈະໃຫຍ່ພຽງພໍທີ່ສາມາດເອົາເກີບແລ່ນໃສ່ໃນ. ມີເກີບໃສ່ພາຍໃນຫຼາຍໆຊະນິດ, ມີສີເຊັ່ນ: ສີບົວ, ສີຟ້າ, ແລະອື່ນໆ. ຫຼີກເວັ້ນເກີບໃສ່ພາຍໃນທີ່ຍ່າງບໍ່ສະດວກຫຼືໃຫຍ່ໂພດ. ສາມາດໄປຊີ້ເກີບໄດ້ ທີ່ຮ້ານຂາຍເກີບ ຫຼື ຮ້ານເຄື່ອງຂຽນໜ້າໂຮງຮຽນ (ບໍ່ຈໍາເປັນຕ້ອງມີຖົງໃສ່ເກີບຖ້າວ່າເດັກເກັບເກີບ ຂອງລາວໄດ້ໃນຕູ້ໄວ້ເຄື່ອງ.)
ຂໍ້ມູນທີ່ເປັນປະໂຫຍດ!
ສິ່ງທີ່ຄວນຮຽນຮູ້ກ່ອນເລີ່ມເຂົ້າຮຽນ
- ຮຽນຂຽນຊື່ໂຮງຮຽນແລະການອ່ານອອກສຽງ
- ຮຽນຂຽນຊື່ຕົນເອງແລະຂຽນຊື່ສະມາຊິກໃນຄອບຄົວ.
- ຮຽນພະຍັນຊະນະແລະສະຫຼະພາສາເກົາຫຼີ
- ຮຽນຕົວເລກແບບງ່າຍໆ(1~10)
- ຮຽນວິທີໃຊ້ສໍ,ສໍສີທຽນ,ມີດແຊມແລະຢາງລຶບ.
- ຮຽນຂີດວົງມົນ,ເສັ້ນລວງນອນແລະເສັ້ນລວງຕັ້ງໂດຍໃຊ້ສໍສີໄມ້.
- ຮຽນຊື່່ສີ
- ສາມາດຈຳແນກເຄື່ອງຂອງຂອງຕົນເອງແລະເຄື່ອງຂອງຂອງຜູ້ອື່ນ
- ຮູ້ທີ່ຢູ່ແລະໝາຍເລກໂທລະສັບຢູ່ບ້ານລວມທັງວິທີໂທແລະຮັບໂທລະສັບ
- ຮຽນຮູ້ມາລະຍາດພື້ນຖານໃນເວລາກິນ
04ຊີ້ນຳໃຫ້ເດັກເຂົ້າຮຽນໃໝ່ ປັບຕົວກັບສະພາບໃນໂຮງຮຽນ
ສ້າງຄວາມໜ້າສົນໃຈໃນໂຮງຮຽນ
- ເດັກບາງຄົນອາດຈະຢ້ານໂຮງຮຽນ. ສໍາລັບເດັກເຫຼົ່ານີ້, ບອກໃຫ້ເດັກເຂົ້າໃຈວ່າໂຮງຮຽນເປັນສະຖານທີ່ມ່ວນຊື່ນໂດຍການໃຊ້ວິທີ ພາເດັກໄປຢ້ຽມຢາມຢູ່ອ້ອມແອ້ມຫ້ອງ ປ1 ແລະ ສະຖານທີ່ອື່ນໆ.
- ບອກເຂົາເຈົ້າລ່ວງໜ້າກ່ຽວກັບກົດລະບຽບໃນໂຮງຮຽນ.
- ບອກເຂົາເຈົ້າວ່າຢູ່ໂຮງຮຽນມີເພື່ອນຫຼາຍຄົນ.
ຄູແມ່ນເປັນຜູ້ໃຫ້ຄວາມຊ່ວຍເຫຼືອໃນໂຮງຮຽນ
- ບອກເດັກວ່າຄູແມ່ນຜູ້ທີ່ບອກໃຫ້ເດັກໃນສິ່ງທີ່ເຂົາຕ້ອງການແລະສິ່ງທີ່ຢາກຮູ້.
- ບອກເດັກວ່າຄູມັກເດັກແບບໃດ (ເດັກທີ່ຮັກສາກົດລະບຽບ,ຮັກສາສັນຍາ ແລະ ອື່ນໆ)
ຈັດການວຽກຂອງຕົນເອງ
- ຂຽນລາຍການສິ່ງຂອງໃຫ້ແກ່ເດັກແລະໃຫ້ເດັກເອົາໃສ່ໃນກະເປົາຕາມລຳດັບ. ໃຫ້ເດັກຮຽນຈັດສິ່ງຂອງທີ່ໃຊ້ໃນໂຮງຮຽນ ແລະກະເປົາ ເປ້,ໃຫ້ເດັກເຮັດດ້ວຍຕົນເອງແລະເປັນອິດສະຫຼະ (ລ້າງໜ້າ,ຈັດຂອງຕົນເອງ,ຮູ້ວິທີໃຊ້ຫ້ອງນໍ້າແລະອື່່ນໆ.).
ໄປໂຮງຮຽນ ພ້ອມທັງຮັກສາສຸຂະພາບ
- ກວດແຂ້ວ,ຕາ,ຫູແລະອື່ນໆ. ກວດແລະປິ່ນປົວພະຍາດກ່ອນລ່ວງໜ້າ
- ຄວນແຈ້ງໃຫ້ຄູປະຈຳຫ້ອງຮູ້ລ່ວງໜ້າຖ້າວ່າເດັກມີການແພ້ອາຫານ ຫຼື ເປັນໄຂ້ (ກິນນົມບໍ່ຖືກ, ຜິວໜັງອັກເສບ, ລຳໄສ້ອັກເສບ ແລະ ອື່ນໆ.)
ຮູ້ວິທີໄປໂຮງຮຽນຢ່າງປອດໄພ
- ການຍ່າງໄປໂຮງຮຽນແມ່ນດີທີ່ສຸດ. ກວດກາເສັ້ນທາງໄປໂຮງຮຽນແລະການໃຊ້ເວລາ.
- ຮັບປະກັນວ່າໄດ້ຍ່າງຕາມເສັ້ນທາງເບື້ອງຊ້າຍ, ໃຊ້ບ່ອນໃຫ້ຂ້າມເສັ້ນທາງ, ແລະເຂົ້າໃຈໄຟສັນຍານຈໍລະຈອນ ເພື່ອເດີນທາງໄປໂຮງ ຮຽນ ຢ່າງປອດໄພ.
- ຂື້ນລົດເມຢ່າງເປັນລະບຽບ.
- ຫ້າມຍ່າງໄປທາງໜ້າຫຼືທາງຫຼັງຫຼັງຈາກລົງຈາກລົດເມ.
- ຂ້າມທາງໂດຍໃຊ້ຂົວຍ່າງທາງເທີງຫຼືທາງໃຕ້ດິນໃນບໍລິເວນທີ່ມີຂົວຍ່າງຢູ່ເທີງ ຫຼື ຢູ່ໃຕ້ດິນ.
- ຫ້າມແລ່ນຂ້າມທາງ.
- ປະຕິບັດຕາມຄຳແນະນຳຂອງຜູ້ຄວບຄຸມຈໍລະຈອນ ຖ້າວ່າມີ.
- ກັບໄປຫາບ່ອນເກົ່າຖ້າວ່າສັນຍານໄຟຈໍລະຈອນປ່ຽນຕອນທີ່ທ່ານເລີ່ມຂ້າມທາງ. ຂ້າມໄປໄວໄວຖ້າວ່າທ່ານໄດ້ຂ້າມໄປກາຍເຄິ່ງ ຂອງເສັ້ນເຄິ່ງກາງແລ້ວ.
ຂໍ້ມູນທີ່ເປັນປະໂຫຍດ!
ການຊ່ວຍເຫຼືອເດັກ ຫຼັງເລີກຮຽນ
ບໍລິການລ້ຽງເດັກນອກໂຮງຮຽນ ແລະ ການຮຽນນອກໂຮງຮຽນແມ່ນສະໜອງໃຫ້ໃນນາມຂອງພໍ່ແມ່, ລວມທັງນອກໂມງຮຽນປົກກະຕິ. ກິດຈະກຳການຮຽນ-ການສອນນອກໂຮງຮຽນ ແລະ ການແນະນຳວຽກບ້ານຍັງມີການສະເໜີໃຫ້ນັກຮຽນປະຖົມຜ່ານຫ້ອງຮຽນນອກໂຮງຮຽນ (ປະຖົມ), ສູນເດັກທ້ອງຖິ່ນ, ໂຮງຮຽນຊາວໜຸ່ມນອກໂຮງຮຽນ, ສູນດູແລຮ່ວມບ້ານ ແລະ ນອກໂຮງຮຽນ. - ໂຮງຮຽນລ້ຽງເດັກ (ສວນກ້າ). ຄອບຄົວທີ່ມີຄວາມຫຍຸ້ງຍາກທາງດ້ານການເງິນສາມາດໄດ້ຮັບຜົນປະໂຫຍດໂດຍບໍ່ເສຍຄ່າຈາກອົງການຈັດຕັ້ງ / ສະຖາບັນເຫຼົ່ານີ້ໂດຍຜ່ານການປຶກສາຫາລື.
ຂໍ້ມູນທີ່ເປັນປະໂຫຍດ!
ສູນບໍລິການລ້ຽງດູເດັກແລະສູນໃຫ້ບໍລິການດ້ານການສຶກສາຫຼັງເລີກຮຽນ
방과후 보육 및 교육서비스를 제공하는 기관 : 구분, 교육부, 보건복지부, 성평등가족부를 포함한 표입니다. | ລາຍການ | ກະຊວງສຶກສາ | ກະຊວງສາທາລະນະສຸກ ແລະ ສະຫວັດດີການ | ກະຊວງສະເໝີພາບຍິງຊາຍແລະ ຄອບຄົວ |
| ຊື່ໂຄງການ | ໂຮງຮຽນພາກຮຽນ ລະດູໃບໄມ້ປົ່ງ ສະເຫມີ ※ ການຊ່ວຍເຫຼືອໃນລະດັບການປະຕິບັດຫຼັງການຮຽນ ແລະການດູແລເດັກທີ່ມີຢູ່ສໍາລັບຊັ້ນຮຽນທີ່ບໍ່ໄດ້ຮັບການຊ່ວຍເຫຼືອແບບສຸມໃນປີ 2024-'25 | ເບິ່ງແຍຮ່ວມກັນ | ສູນເດັກທ້ອງຖິ່ນ | ສູນຮຽນເພີ່ມເຍົາວະຊົນ |
| ກຸ່ມເປົ້າໝາຍຊ່ວຍເຫຼືອ | ເປົ້າໝາຍນັກຮຽນປະຖົມ ※ ການມີສິດໄດ້ຮັບການສະໜັບສະໜູນແບບສຸມປະຈຳປີ ('24) ຊັ້ນຮຽນທີ 1 → ('25) ຊັ້ນຮຽນທີ 1~2 → ('26) ນັກຮຽນປະຖົມທັງໝົດ | ອາຍຸລະຫວ່າງ 6~12 ປີ ລົງມາ | ອາຍຸ18 ປີ ລົງມາ | ປະຖົມປີທີ່4 ເຖິງ ມັດທະຍົມ ປີທີ່3 |
| ມາດຖານ ການຊ່ວຍເຫຼືອ (ລາຍຮັບ) | ເປົ້າໝາຍນັກຮຽນປະຖົມ (ບໍ່ມີ) | ສຸ່ມໃສ່ຄອບຄົວພະນັກງານທັງສອງ (ບໍ່ມີ) | ສຸ່ມໃສ່ກຸ່ມດ້ອຍໂອກາດ (ຜູ້ມີລາຍຮັບ100%ລົງມາ ຂອງລາຍຮັບປານກາງ) | ຊ່ວຍເຫຼືອເບິ່ງແຍງ ກຸ່ມດ້ອຍໂອກາດກ່ອນໝູ່ |
| ຮູບແບບ ການຊ່ວຍເຫຼືອ | ('24) ໂຄງການຊັ້ນຮຽນທີ 1 ທີ່ປັບແຕ່ງມາໃຫ້ໂດຍບໍ່ເສຍຄ່າ 2 ຊົ່ວໂມງທຸກໆມື້; (’25) ຊັ້ນປະຖົມທີ 1 ຫາ ທີ 2 ຂອງໂຮງຮຽນປະຖົມ; | ຄ່າໃຊ້ບໍລິການ ແມ່ນໃຫ້ຮັບຜິດຊອບເອງ (ຊ່ວຍເຫຼືອຄ່າໃຊ້ຈ່າຍ ເຂົ້າຮ່ວມໂຄງການ ເດືອນລະ 1 ແສນວອນ ລົງມາ, ສ່ວນຄ່າອາຫານຫວ່າງ ແມ່ນໃຫ້ຮັບຜິດຊອບເອງຕ່າງຫາກ) | ຊ່ວຍເຫຼືອລ້າ (ຮັບຜິດຊອບຄ່າໃຊ້ບໍລິການ 50ພັນວອນ ລົງມາ) | ຊ່ວຍເຫຼືອລ້າ |
| ຊົ່ວໂມງເປີດຮຽນ | ໄລຍະເປີດຮຽນ | ໃນຕອນເຊົ້າກ່ອນຫ້ອງຮຽນປົກກະຕິ, ຈົນກ່ວາເວລາທີ່ຕ້ອງການຫຼັງຈາກຫ້ອງຮຽນປົກກະຕິ (ບໍ່ເກີນ 8 ໂມງແລງ); | 14~19 ໂມງ | 14~19 ໂມງ | ຫຼັງເລີກຮຽນ ~21 ໂມງ |
| ໄລຍະພັກແລ້ງ | ປົກຄອງຕົນເອງຕາມເງື່ອນໄຂ; | 09~18 ໂມງ | ລວມທັງ 12~17 ໂມງ ເປິດບໍລິການ 8 ຊົ່ວໂມງ | ອີງຕາມເງື່ອນໄຂ |
| ເນື້ອໃນການຊ່ວຍເຫຼືອ | ສະຫນອງບັນດາໂຄງການທີ່ກໍາຫນົດເອງທີ່ມີຄຸນນະພາບ | ໃຫ້ການຊ່ວຍເຫຼືອ ເບິ່ງແຍງຫຼັງເລີກຮຽນ ແລະ ໂຄງການອື່ນໆ | ປົກປ້ອງ, ສອນໜັງສື, ວັດທະນະທຳ, ນິໄສໃຈຄໍ,ການເຊື່ອມໂຍງສັງຄົມ ແລະ ທ້ອງຖີ່ນ | ກິດຈະກຳທັດສະນະສຶກສາ, ຊ່ວຍສອນເພີ່ມເຕີ, ອາຫານ ແລະ ໃຫ້ຄຳປຶກສາ |
ສິ່ງທີ່ຄວນຮູ້ໄວ້!
‘ສູນສຶກສາ e’ ເປັນເວັບໄຊ້ ທີ່ບໍລິການ ການສຶກສາ ທາງອອນໄລ
ເວັບໄຊ້ຂອງສູນສຶກສາe ເປັນເວັບໄຊ້ທີ່ບໍລິການສະໜອງຂໍ້ມູນສາລະນະຮູ້, ບົດຄົ້ນຄວ້າຂອງບັນດາສາດສະດາຈານ ແລະ ບົດປະເມີນຜົນການຮຽນຕ່າງໆ ໂດຍບໍ່ເສຍຄ່າ ໃຫ້ແກ່ບັນດນັກຮຽນຊັ້ນປະຖົມປີທີ່1 ຫາ ຊັ້ນມັດທະຍົມປີທີ່3 ທີ່ກຳລັງຮຽນ ຫຼັກສູດປົກກະຕິ ໃນໂຮງຮຽນສາມັນ ໂດຍບັນດານັກຮຽນ ທີ່ສົນຮຽນ ສາມາດດາວໂຫຼດມາຮຽນໄດ້ຢູ່ທຸກບ່ອນ ແລະ ບັນດາຄູອາຈານ ກໍ່ສາມາດນຳໃຊ້ຂໍ້ມູນດັ່ງກ່າວ ເຂົ້າໃນການປັບປຸງການຮຽນ-ການສອນທາງອອນລາຍ ແລະ ອອບ ລາຍ(ໃນໂຮງຮຽນ).