ສູນໂທ Danuri
1577-1366
ການໂທປຶກສາດ້ານຄອບຄົວ
1644-6621
한국생활안내 정보더하기 사이트로 이동

ໂຄງການຊ່ວຍເຫຼືອຕົນເອງ

  • Home
  • ລະບົບປະກັນສັງຄົມ
  • ໂຄງການຊ່ວຍເຫຼືອຕົນເອງ

ໂຄງການຊ່ວຍເຫຼືອຕົນເອງ

ໂຄງການຊ່ວຍເຫຼືອຕົນເອງແມ່ນໂຄງການການຊ່ວຍເຫຼືອຟື້ນຟູສະພາບສໍາລັບຜູ້ທີ່ໄດ້ຮັບຜົນປະໂຫຍດຂອງການຊ່ວຍເຫຼືອຫຼັກປະກັນການດຳລົງຊີວິດຂັ້ນພື້ນຖານແລະຜູ້ທີ່ທຸກຍາກທີ່ສາມາດເຮັດວຽກໄດ້,ໂຄງການນີ້ລວມເອົາໂອກາດຂອງການເຮັດວຽກ, ການແນະນຳວຽກໃຫ້ແກ່ຜູ້ຊອກວຽກ, ການສະໜັບສະໜູນການພັດທະນາຊັບສິແລະການສະຫນັບສະຫນູນການພັດທະນາຊັບສິນ.

  • ໂຄງການສົ່ງເສີມການເພິ່ງພາຕົນເອງ (Self-sufficiency work program) (ໃຫ້ໂອການໃນການທຳງານ), ບັນຊີອອມເງີນແຫ່ງຄວາມຫວັງ(Hope Savings Account) ແລະ ບັນຊີອອມເພື່ອມື້ອື່ນຂອງເຍົາວະຊົນ(Youth Tomorrow Savings Account) (ສະໜັບສະໜູນການສະສົມຊັບສິນ)

01ເງື່ອນໄຂຜູ້ຈະໄດ້ຮັບສິດ

ຜູ້ທີ່ມີ ເງື່ອນໄຂ 4 ຂໍ້ລຸ່ມນີ້ ມີສິດໄດ້ຮັບການຊ່ວຍເຫຼືອ

  • (ການເຮັດວຽກ ເພື່ອກຸ້ມຕົນເອງ) ຜູ້ທີ່ຮັບເງິນອຸດໜູນເພື່ອລົງຊີວິດຂັ້ນພື້ນຖານແຫ່ງຊາດ, ຫຼື ມີລາຍຮັບກວມເອົາ 50% ຂອງລາຍຮັບປານກາງ ລົງຫາຕ່ຳ.
  • (ບັນຊີເງິນຝາກປະຢັດຂອງຄວາມຫວັງ I) ຄອບຄົວທີ່ໄດ້ຮັບການຊ່ວຍເຫຼື່ອຈາກລັດຖະບານ ໂດຍມີລາຍຮັບລວມ(ຈາກທຸລະກິດ) ກວມເອົາ 60% ຂອງ 40% ຂື້ນໄປຂອງລາຍຮັບປານກາງ ທີ່ກຳນົດໄວ້.
  • (ບັນຊີອອມເງີນແຫ່ງຄວາມຫວັງ II) ສຳລັບຄົວເຮືອນທີ່ໄດ້ຮັບຜົນປະໂຫຍດດ້ານທີ່ຢູ່ອາໄສ ແລະ ການສຶກສາ ໂດຍມີລາຍໄດ້ຈາກການເຮັດວຽກ (ຫຼືທຸລະກິດ) ລວມທັງໝົດນ້ອຍກວ່າ ຫຼື ເທົ່າກັບ 50% ຂອງລາຍໄດ້ສະເລ່ຍມາດຕະຖານ ແລະ ຄອບຄົວອື່ນໆ ທີ່ຢູ່ໃນກຸ່ມລາຍໄດ້ອັນດັບສອງ.
  • (ບັນຊີເງິນຝາກປະຢັດຂອງຊາວໜຸ່ມ)
    청년내일저축계좌 : 지원대상을 나타낸 표입니다.
    ສະໜັບສະໜູນການມີສິດໄດ້ຮັບ
    • (ອາຍຸທີ່ມີສິດ) ອາຍຸ 19-34 ປີ ໃນເວລາສະໝັກ
      (ອະນຸຍາດໃຫ້ຈົນກ່ວາອາຍຸ 15-39 ປີ ສໍາລັບຜູ້ຮັບສະຫວັດດີການ ຫຼື ຊັ້ນທີ່ມີລາຍໄດ້ຕ່ໍາ)
    • (ລາຍໄດ້ຈາກການເຮັດວຽກ/ລາຍໄດ້ຈາກທຸລະກິດ) ມີລາຍໄດ້ຈາກການເຮັດວຽກ/ລາຍໄດ້ຈາກທຸລະກິດລະຫວ່າງ 5000 ວອນ ເຖິງ 25 ລ້ານວອນຕໍ່ເດືອນ (ແນວໃດກໍຕາມ ສຳລັບຜູ້ຮັບສະຫວັດດິການພື້ນຖານ ຫຼື ຜູ້ທີ່ຢູ່ໃນກຸ່ມລາຍໄດ້ໜ້ອຍອັນດັບສອງ ຈະຕ້ອງມີລາຍໄດ້ 100,000 ວອນຂຶ້ນໄປຕໍ່ເດືອນ)
    • (ລາຍໄດ້ຄົວເຮືອນ) ລາຍໄດ້ຄົວເຮືອນໜ້ອຍກວ່າ ຫຼື ເທົ່າກັບ 100% ຂອງລາຍໄດ້ສະເລ່ຍມາດຕະຖານ (ແນວໃດກໍຕາມ ສຳລັບຜູ້ຮັບສະຫວັດດິການພື້ນຖານ ຫຼື ຜູ້ທີ່ຢູ່ໃນກຸ່ມລາຍໄດ້ໜ້ອຍອັນດັບສອງ ຈະຕ້ອງມີລາຍໄດ້ໜ້ອຍກວ່າ ຫຼື ເທົ່າກັບ 50% ຂອງລາຍໄດ້ສະເລ່ຍມາດຕະຖານ.)

02ເງື່ອນໄຂການຊ່ວຍເຫຼື່ອ

  • (ການເຮັດວຽກດ້ວຍຕົນເອງ) ຜູ້ທີ່ເຮັດວຽກຫາກຸ້ມຕົນເອງ 5 ຫາ 8 ຊົ່ວໂມງຕໍ່ມື້ ຫຼື ອາທິດລະ 5 ມື້ນັ້ນ ຈະໄດ້ຮັບຄ່າ ຊ່ວຍເຫຼືອ 32,980~64,220 ວອນຕໍ່ມື້(ຄ່າຈ້າງຕໍ່ມື້)
  • (ບັນຊີເງິນຝາກປະຢັດຂອງຄວາມຫວັງ I) ຖ້າຜູ້ຮັບເງິນຊ່ວຍເຫຼືອດ້ານຊີວິດການເປັນຢູ່ ແລະ ການຊ່ວຍເຫຼືອດ້ານການແພດໃນຕະຫຼາດບໍ່ໄດ້ຮັບການຊ່ວຍເຫຼືອທີ່ກ່ຽວຂ້ອງ, ໃຫ້ບັນຊີໂດຍການຈັບຄູ່ເງິນຝາກຂອງເຂົາເຈົ້າ (100,000 KRW) ກັບກອງທຶນຊ່ວຍເຫຼືອຂອງລັດຖະບານ (300,000 KRW).
  • (ບັນຊີອອມເງີນແຫ່ງຄວາມຫວັງ II) ສຳລັບຜູ້ທີ່ໄດ້ຮັບຜົນປະໂຫຍດດ້ານທີ່ຢູ່ອາໄສ ແລະ ການສຶກສາ ແລະ ຜູ້ທີ່ຢູ່ໃນກຸ່ມລາຍໄດ້ໜ້ອຍອັນດັບສອງທີ່ເຮັດວຽກ ລັດຖະບານຈະສົມທົບເງິນອອມສ່ວຍບຸກຄົນ (KRW 100,000) ດ້ວຍເງິນອຸດໜູນໃນຈຳນວນເທົ່າກັນ (KRW 100,000*). (ຈະຈ່າຍເງິນເຕັມຈຳນວນເມື່ອຜູ້ເຂົ້າຮ່ວມໂຄງການສຳເລັດການຝຶກອົບຮົມ ແລະ ການຈັດການກໍລະນີທີ່ກຳນົດ ແລະ ມີຫຼັກຖານການໃຊ້ເງິນຢ່າງໜ້ອຍ 50 %).
    • ການຈ່າຍເງິນສົມທົບຈະປັບປ່ຽນແບບຂັ້ນບັນໃດໃນແຕ່ລະປີ ເລີ່ມຕັ້ງແຕ່ຜູ້ຖືບັນຊີໃນປີ 2025 (ປີທີ 1: KRW 100,000/ເດືອນ→ ປີທີ 2: KRW 200,000/ເດືອນ→ ປີທີ 3: KRW 300,000/ເດືອນ)
  • (ບັນຊີເງິນຝາກປະຢັດອະນາຄົດຂອງໄວໜຸ່ມ) ຈັບຄູ່ບັນຊີເງິນຝາກປະຢັດຂອງໄວໜຸ່ມທີ່ມີລາຍໄດ້ຕ່ຳ (100,000 KRW) ຈາກຄົວເຮືອນຂອງຊົນຊັ້ນຜູ້ມີລາຍຮັບຕ່ຳ 100% ກັບກອງທຶນຊ່ວຍເຫຼືອຂອງລັດຖະບານ 100,000 KRW (ເກນລາຍຮັບປານກາງຢູ່ທີ່ 50% ຂຶ້ນໄປ – 100% ຫຼື ຕ່ໍາກວ່າ) ຫຼື 300,000 KRW (ເກນລາຍຮັບປານກາງຢູ່ທີ່ 50% ຫຼື ຕໍ່າກວ່າ) (ຖ້າຮັກສາບັນຊີໄວ້ 3 ປີ, ກິດຈະກໍາການເຮັດວຽກ, ສໍາເລັດການຝຶກອົບຮົມ, ແລະ ສົ່ງແຜນການນໍາໃຊ້ກອງທຶນ, ໃຫ້ຈໍານວນເງິນຝາກປະຢັດທັງໝົດ)

03ວີທີສະໝັກ

  • ຢ້ຽມຢາມຫຼືຕິດຕ່ສໍານັກງານປະຈຳທ້ອງຖິ່ນເມືອງ/ເຂດປົກຄອງທ້ອງຖິ່ນ ຂອງສູນບບໍລິການຊຸມຊົມ ແລະປຶກສາກັບພະນັກງານລັດທີ່ຮັບຜິດຊອບກ່ຽວກັບສະຫວັດດີການສັງຄົມ.
    • ບັນຊີແຫ່ງຄວາມຫວັງ I, II, ຊາວໜຸ່ມ] ສາມາດເປີດບັນຊີໃໝ່ໄດ້ໃນຊ່ວງໄລຍະເວລາທີ່ຈັດໃຫ້ບໍລິການເທົ່ານັ້ນ.
  • ພະນັກງານລັດຈະກວດສອບການມີສິດທີ່ຈະໄດ້ຮັບສິດຂອງທ່ານ.
  • ທ່ານຈະໄດ້ຮັບແຈ້ງຖ້າຫາກທ່ານມີສິດທີ່ຈະໄດ້ຮັບສິດ.
  • ຖ້າຫາກທ່ານມີສິດທີ່ຈະໄດ້ຮັບສິດ, ສູນຫາງານຈະແນະນຳໂອກາດໃນການຈ້າງງານໃຫ້ທ່ານຫຼັງຈາກໄດ້ຮັບຄຳປຶກສາ.
  • ທ່ານສາມາດຢ້ຽມຢາມສູນບໍລິການຊຸມຊົມທີ່ໃກ້ຄຽງ (ຕົວເມືອງ, ເຂດປົກຄອງທ້ອງຖິ່ນ, ຊຸມຊົນ), ຫຼືໂທລະສັບໄປຫາພະນັກງານພາກລັດຜູ້ທີ່ຮັບຜີດຊອບກ່ຽວກັບສະຫວັດດີການສັງຄົມຫຼືສູນບໍລິການດ້ານສຸຂະພາບແລະສະຫວັດດີການໂທ [☎129] ເພື່ອຮັບຄຳປຶກສາ.
  • ການສະໝັກ
    (ສຳນັກງານ ຕຳບົດ/ເມືອງ ຫຼື ສູນບໍລິການປະຊາຊົນ)
  • ການກວດສອບສະຖານະຜູ້ສະໝັກ
    (ຂ້າລາຊະການ)
  • ແຈ້ງຜົນການຢືນຢັນໃຫ້ຜູ້ສະໝັກ
ວຽກນີ້ສາມາດນຳໃຊ້ໄດ້ອີງຕາມເງື່ອນໄຂ “KOGL (ໃບອະນຸຍາດລັດທະບານເປີດປະເຫດເກົາຫຼີ) ປະເພດ 4: ເງື່ອນໄຂ ແຫຼ່ງທີ່ມາຊີ້ບອກ+ການຫ້າມການນຳໃຊ້ທາງການຄ້າ+ການຫ້າມການປ່ຽນແປງ”.