ສູນໂທ Danuri
1577-1366
ການໂທປຶກສາດ້ານຄອບຄົວ
1644-6621
한국생활안내 정보더하기 사이트로 이동

ການສຶກສາໃນລະດັບມັດທະຍົມສຶກສາຕອນຕົ້ນ

  • Home
  • ການສຶກສາຂອງເດັກ
  • ການສຶກສາໃນລະດັບມັດທະຍົມສຶກສາຕອນຕົ້ນ

ການສຶກສາໃນລະດັບມັດທະຍົມສຶກສາຕອນຕົ້ນ

ຫຼັກສູດການສຶກສາ ໃນຊັ້ນມັດທະຍົມຕົ້ນ ແມ່ນຫຼັກສູດ 3 ປີ. ໂຮງຮຽນມັດທະຍົມຕົ້ນ ແມ່ນໄດ້ສ້າງຕັ້ງຂື້ນຢູ່ທຸກທ້ອງຖິ່ນ ແລະ ເຂດແຄ້ວນໃນຂອບເຂດທົ່ວປະເທດເກົາຫຼີ ໂດຍກຳນົດໃຫ້ພໍ່ແມ່ຜູ້ປົກຄອງ ພາລູກຂອງຕົນ ມາຮຽນໃນໂຮງຮຽນ ທີ່ກຳນົດໃຫ້. ສຳລັບ ເຂດ ທີ່ມີຄວາມຫຍຸ້ງຍາກ ສຳລັບການໄປຮຽນໜັງສື ແມ່ນຈະແຕ່ງຕັ້ງຄະນະກຳມະການ ກຳນົດໂຮງຮຽນ ໃຫ້ແກ່ບັນດາພໍ່ແມ່ຜູ້ປົກຄອງ ໃນການພາລູກໄປຮຽນໜັງສື. ການສຶກສາຂັ້ນມັດທະຍົມຕົ້ນ ກໍ່ແມ່ນການສຶກສາແບບບັງຄັບ ເຊັ່ນດຽວກັນກັບການສຶກສາຊັ້ນປະຖົມ ແລະ ກໍ່ເປັນການສຶກສາ ທີ່ພໍ່ແມ່ຜູ້ປົກຄອງ ບໍ່ໄດ້ເສຍຄ່າຮຽນ. ຖ້າພໍ່ແມ່ຜູ້ປົກຄອງໃດ ບໍ່ສົ່ງລູກໄປຮຽນໜັງສື ໃຫ້ຈົບມັດທະຍົມຕົ້ນແມ່ນ ຈະຖືກປັບໄໝ.

01ເນື້ອໃນຂອງຫຼັກສູດ

ຫຼັກສູດລະດັບມັດທະຍົມສຶກສາຕອນຕົ້ນປະກອບດ້ວຍການຮຽນເປັນລາຍວິຊາ ແລະ ກິດຈະກຳສ້າງສັນປະສົບການ. ໂດຍຕໍ່ຍອດຈາກຜົນລັບຂອງລະດັບປະຖົມສຶກສາ ແລະ ມີເປົ້າໝາຍເພື່ອພັດທະນາຄວາມສາມາດພື້ນຖານທີ່ຈຳເປັນຕໍ່ຊີວິດປະຈຳວັນ ແລະ ການຮຽນຮູ້ຂອງນັກຮຽນ ລວມໄປເຖິງການປູກຝັງຄຸນລັກສະນະທີ່ດີງາມ ແລະ ຈິດສຳນຶກປະຊາທິປະໄຕ. ນັກຮຽນຈະໄດ້ຮຽນ ພາສາເກົາຫຼີ, ສັງຄົມສຶກສາ(ລວມທັງປະຫວັດສາດ)/ຈາຣິຍະທຳສຶກສາ, ຄະນິດສາດ, ວິທະຍາສາດ/ເທັກໂນໂລຢີ ເສດຖະສາດລະດັບຄົວເຮືອນ/ວິທະຍາການຄອມພິວເຕີ, ພາລະສຶກສາ, ສິລະປະ (ດົນຕີ/ສິລະປະ), ແລະ ພາສາອັງກິດ. ໃນແຕ່ລະພາກຮຽນ ນັກຮຽນຈະໄດ້ຮຽນປະມານ 8 ວິຊາ. ກິດຈະກຳສ້າງສັນປະສົບການ ເປັນກິດຈະກຳນອກຫຼັກສູດ ທີ່ນັກຮຽນສາມາດນຳສິ່ງທີ່ໄດ້ຮຽນມາໄປປະຍຸກໃຊ້ ແລະ ຝຶກຝົນຜ່ານກິດຈະກຳ. ຜ່ານກິດຈະກຳທີ່ເລືອກໄດ້ ແລະ ກິດຈະກຳບໍລິຫານຕົນເອງ, ກິດຈະກຳສະໂມສອນ ແລະ ກິດຈະກຳແນະແນວອາຊີບ(ໃນກໍລະນີຂອງນັກຮຽນຊັ້ນປີທີ 2 ແລະ 3 ໄດ້ແກ່ ກິດຈະກຳທີ່ເລືອກໄດ້, ກິດຈະກຳສະໂມສອນ, ກິດຈະກຳອາສາ ແລະ ກິດຈະກຳແນະແນວອາຊີບ) ນັກຮຽນຈະໄດ້ສ້າງຕົວຕົນຂອງຕົວເອງ, ເສີມສ້າງທັດສະນະຄະຕິຕໍ່ການຢູ່ຮ່ວມກັບກັບຜູ້ອື່ນ ແລະ ການພັດທະນາທັກສະຄວາມສາມາດໃນການສຳຫຼວດເສັ້ນທາງອາຊີບຂອງຕົນເອງ. ການຮຽນໃນຊັ້ນມັດທະຍົມສຶກສາຈະມີຊົ່ວໂມງຮຽນ 45 ນາທີຕໍ່ໜຶ່ງຊົ່ວໂມງຮຽນ ແລະ ໂດຍທົ່ວໄປ ຈະມີວັນລະ 6 ເຖິງ 7 ຊົ່ວໂມງຮຽນ
ໂຮງຮຽນຊັ້ນມັດທະຍົມສຶກສາ ມີຄວາມແຕກຕ່າງຈາກລະດັບອື່ນໆ ໂດຍມີໂປຣແກຣມພາກຮຽນອິດສະຫຼະ ແລະ ກິດຈະກຳສະໂມສອນກິລາໃນໂຮງຮຽນ. ໜຶ່ງພາກຮຽນຂອງນັກຮຽນຊັ້ນ ມ.1 ຈະຈັດເປັນພາກຮຽນອິດສະຫຼະ ທີ່ນັກຮຽນຈະໄດ້ເຂົ້າຮ່ວມກິດຈະກຳ ການແນະແນວອາຊີບຕ່າງໆ ເພື່ອຄົ້ນຫາຄວາມຖະໜັດ ແລະ ອອກແບບອະນາຄົດຂອງຕົນເອງ. ກິດຈະກຳສະໂມສອນກິລາໃນໂຮງຮຽນ ຈະເປີດໂອກາດໃຫ້ນັກຮຽນເລືອກຫຼິ້ນກິລາປະເພດຕ່າງໆ ເພື່ອພັດທະນາສະມັດຕະພາບດ້ານຮ່າງກາຍ ແລະ ສ້າງໂອກາດໃນການເຮັດກິດຈະກຳທາງດ້ານຮ່າງກາຍທີ່ຫຼາກຫຼາຍ. ກິດຈະກຳສະໂມສອນຈະໃຊ້ເວລາ 34 ຫາ 68 ຊົ່ວໂມງຕໍ່ປີ ຂຶ້ນຢູ່ກັບລະດັບຊັ້ນຮຽນ.

ຂໍ້ມູນທີ່ຄວນຮູ້!
ການກໍ່ອາລະວາດ ໃນໂຮງຮຽນ

“ຄວາມຮຸນແຮງໃນໂຮງຮຽນ” ໝາຍເຖິງການກະທຳໃດໆຕໍ່ໝູ່ເພື່ອນນັກຮຽນພາຍໃນ ຫຼື ນອກໂຮງຮຽນ ທີ່ກໍ່ໃຫ້ເກີດຄວາມເສຍຫາຍທາງດ້ານຮ່າງກາຍ ຫຼື ຈິດໃຈ ຫຼື ສ້າງຄວາມເສຍຫາຍຕໍ່ຊັບສິນ. ສິ່ງເຫຼົ່ານີ້ລວມໄປເຖິງ ການທຳຮ້າຍຮ່າງກາຍ, ການຄຸກຄາມ, ການກັກຂັງ, ການຂົ່ມຂູ່, ການລັກພາຕົວ, ການໝິ່ນປະໝາດ, ການຢຽກຢາມ, ການຂູດຮີດ, ການບີບບັງຄັບ, ການບັງຄັບໃຫ້ເຮັດ, ການລ່ວງລະເມີດທາງເພດ, ການກັ່ນແກ້ງ ແລະ ການກັ່ນແກ້ງຜ່ານທາງໄຊເບີ້.

  • ການກະທຳທີ່ລະບຸໄວ້ຂ້າງຕົ້ນເປັນພຽງເປັນພຽງຕົວຢ່າງເທົ່ານັ້ນ.
ກວດພົບອາການຂອງຄວາມຮຸນແຮງໃນໂຮງຮຽນຢູ່ເຮືອນ:
  • ຄົນ​ໜຶ່ງ​ມີ​ສີ​ໜ້າ​ທີ່​ເຄັ່ງ​ຕຶງ​ແລະ​ຮູ້ສຶກ​ມີ​ພະລັງ​ໜ້ອຍ​ກວ່າ​ປົກກະຕິ.
  • ລາວມີປະຕິກິລິຍາຫຼາຍເກີນໄປຕໍ່ກັບເລື່ອງເລັກໆນ້ອຍໆ, ເຊັ່ນ: ການສັ່ນສະເທືອນເມື່ອຊື່ຂອງລາວຖືກເອີ້ນ, ແລະມີຄວາມອ່ອນໄຫວຫຼາຍກວ່າປົກກະຕິ.
  • ມີການຂົ່ມເຫັງ ຫຼືຢ້ານທີ່ຈະໄປໂຮງຮຽນ.
  • ຂາດໂຮງຮຽນໂດຍບໍ່ມີເຫດຜົນຫຼືຮ້ອງຂໍການໂອນ.
  • ມີບາດແຜຢູ່ຕາມຮ່າງກາຍ ແລະ ມີບາດແຜຖະຫຼອກຕາມຕົນຕົວ ແລະ ປາດຖະໜາຢາກຖືກປະໄວ້ຢູ່ຄົນດຽວ.
  • ມີຮູບແຕ້ມທີ່ສະແດງຄວາມສິ້ນຫວັງ (ຕົວຢ່າງ, ຂ້ອຍຕ້ອງການຕາຍ) ຫຼືການແກ້ແຄ້ນ (ຕົວຢ່າງ, ຕາຍ).
ການກວດຫາອາການຂອງຄວາມຮຸນແຮງໃນໂຮງຮຽນ:
  • ຄົນ​ໜຶ່ງ​ບໍ່​ປະ​ທ້ວງ​ຫຼື​ຕອບ​ໂຕ້​ເຖິງ​ແມ່ນ​ວ່າ​ໝູ່​ຂອງ​ລາວ​ນິນ​ທາ​ລາວ.
  • ລາວຖືກດ້ອຍໂອກາດ ຫຼືຖືກຍົກເວັ້ນໃນລະຫວ່າງກິດຈະກໍາກຸ່ມ ຫຼືກິດຈະກໍາຫ້ອງຮຽນທີ່ແຕກຕ່າງກັນ.
  • ໃນຊ່ວງເວລາພັກຜ່ອນ ຫຼື ເວລາກິນເຂົ້າ, ຄົນມັກຈະຢູ່ໃນບ່ອນໂດດດ່ຽວ (ຕົວຢ່າງ, ຫ້ອງນໍ້າ) ເພື່ອຫຼີກລ້ຽງໝູ່ຮ່ວມຫ້ອງຮຽນ.
  • ເຄື່ອງ​ນຸ່ງ​ຖືກ​ທຳ​ລາຍ​ເລື້ອຍໆ ຫຼື​ເຄື່ອງ​ໃຊ້ ແລະ​ເຄື່ອງ​ຂອງ​ຖືກ​ສູນ​ເສຍ.
  • ລາວລັງເລທີ່ຈະເຂົ້າຮ່ວມໃນກິດຈະກໍາຂອງໂຮງຮຽນຫຼືກິດຈະກໍາກຸ່ມ.
  • "ເຈົ້າມາຊ້າເລື້ອຍໆ, ອອກຈາກຫ້ອງຮຽນໄວຫຼືຂາດສາຍໂດຍບໍ່ມີເຫດຜົນພິເສດ.
ສັງເກດອາການຂອງຄວາມເສຍຫາຍທາງອິນເຕີເນັດ:
  • ຄົນໜຶ່ງມັກຈະກວດເບິ່ງອຸປະກອນສື່ສານອີເລັກໂທຣນິກດ້ວຍການແນມເບິ່ງທີ່ເປັນຫ່ວງ ແລະ ຕອບສະໜອງຢ່າງອ່ອນໄຫວ.
  • ການຖືກໂຈມຕີຊ້ຳໆໃນຫ້ອງສົນທະນາກຸ່ມ.
  • ເງິນກະເປົ໋າຫຼາຍແມ່ນຕ້ອງການຫຼືຄ່າໃຊ້ຈ່າຍສູງແມ່ນເກີດຂື້ນໃນອຸປະກອນອອນໄລນ໌.
  • ລາວ​ບໍ່​ມັກ​ພໍ່​ແມ່​ຂອງ​ລາວ​ສຳ​ຜັດ ຫຼື​ເບິ່ງ​ອຸ​ປະ​ກອນ​ສື່​ສານ​ເອ​ເລັກ​ໂຕຣ​ນິກ​ຂອງ​ລາວ​ເລີຍ ແລະ​ມີ​ປະຕິກິລິຍາ​ທີ່​ອ່ອນ​ໄຫວ​ຫຼາຍ.
  • ຄົນ​ໜຶ່ງ​ຮູ້ສຶກ​ອັບອາຍ​ຫຼື​ມີ​ຄວາມ​ທຸກ​ໃຈ​ຫຼັງ​ຈາກ​ໄດ້​ເຫັນ​ຂໍ້ຄວາມ​ຫຼື​ຂໍ້ຄວາມ.
  • ໃນ cyberspace, ທ່ານຖືກເອີ້ນໂດຍຊື່ທີ່ຫຍາບຄາຍຫຼືຫຍາບຄາຍແທນທີ່ຈະເປັນຊື່ຂອງເຈົ້າ, ຫຼືເຈົ້າມັກຈະຖືກເຍາະເຍີ້ຍຫຼືນິນທາ.
  • ການໂພສອັບເດດສະຖານະ ຫຼື ພາບເທິງສື່ສັງຄົມອອນລາຍທີ່ມີບັນຍາກາດເສົ້າໝອງ ຫຼື ເປັນລົບຢ່າງກະທັນຫັນ.
  • ໃຊ້ເວລາຫຼາຍເກີນໄປແມ່ນໃຊ້ເວລາໃນການນໍາໃຊ້ຄອມພິວເຕີຫຼືອຸປະກອນການສື່ສານເອເລັກໂຕຣນິກ.
  • ຄົນແປກຫນ້າໄດ້ຍິນເລື່ອງຫຼືຂ່າວລືກ່ຽວກັບລູກຊາຍຂອງເຈົ້າ.
  • ທັນໃດນັ້ນ ລາວລັງເລໃຈທີ່ຈະໃຊ້ໂທລະສັບມືຖື ຫຼືປິດບັນຊີສື່ສັງຄົມໃດໆ.
ວິທີການລາຍງານຄວາມຮຸນແຮງໃນໂຮງຮຽນ
ຢູ່ໃນເດີ່ນໂຮງຮຽນ
  • ລາຍງານດ້ວຍວາຈາ
    • ເມື່ອນັກຮຽນທີ່ຕົກເປັນເຫຍື່ອ, ຜູ້ພົບເຫັນ, ຜູ້ປົກຄອງ ແລະ ອື່ນໆ ໃຫ້ແຈ້ງຄູໂດຍກົງ
    • ເມື່ອຄູຮູ້ເຫດການ ຈາກການໃຫ້ຄຳປຶກສາສ່ວນຕົວກັບນັກຮຽນ
  • ກ່ອງຮັບລາຍງານ
    • ຕິດຕັ້ງກ່ອຮັບລາຍງານຄວາມຮຸນແຮງໃນໂຮງຮຽນຕາມຈຸດທີ່ກຳນົດ ແລະ ແຈ້ງໃຫ້ນັກຮຽນຮັບຮູ້. ເມື່ອຕັດສິນໃຈກ່ຽວກັບບ່ອນຕິດຕັ້ງກ່ອງລາຍງານແລ້ວ ຄວນພິຈາລະນາບໍ່ໃຫ້ຜູ້ລາຍງານຢ້ານວ່າຈະຖືກພົບເຫັນໃນຂະນະທີ່ປ່ອນລາຍງານ.
  • ແບບສອບຖາມ
    • ແບບສອບຖາມສາມາດດຳເນີນການສຳຫຼວດ ເພື່ອຮັບຂໍ້ມູນເຊີງເລິກ ໂດຍໃຫ້ນັກຮຽນທຸກຄົນມີໂອກາດລາຍງານ.
  • ອີເມວ
    • ທີ່ຢູ່ອີເມວຂອງ ຄູປະຈຳຊັ້ນ, ຄູຜູ້ຮັບຜິດຊອບດ້ານຄວາມຮຸນແຮງໃນໂຮງຮຽນ, ອີເມວຂອງໂຮງຮຽນ ແລະ ອື່ນໆ.
    • ຄູປະຈຳຊັ້ນຍັງສາມາດສົ່ງແນວທາງການປ້ອງກັນ ແລະ ການລາຍງານຄວາມຮຸນແຮງ ໃຫ້ແກ່ນັກຮຽນເປັນໄລຍະຜ່ານທາງອີເມວ. ພ້ອມແນບຟອມລາຍງານໃນອີເມວເພື່ອໃຫ້ນັກຮຽນສາມາດຕອບກັບໄດ້ທັນທີ.
  • ການບໍລິການເຄືອຂ່າຍສັງຄົມອອນລາຍ (ສື່ສັງຄົມອອນລາຍ)
    • ແຊັດສ່ວນຕົວໃນສື່ສັງຄົມອອນລາຍຂອງໂຮງຮຽນ/ຊັ້ນຮຽນ ແລະ ອື່ນໆ.
  • ເວັບໄຊ
    • ກະດານຂ່າວລັບເທິງເວັບໄຊຂອງໂຮງຮຽນ ແລະ ອື່ນໆ.
  • ໂທລະສັບມືຖື
    • ຂໍ້ຄວາມ, ສຽງບັນທຶກ, ໂທ ແລະ ອື່ນໆ ໄປຫາໂທລະສັບມືຖືສ່ວນກາງຂອງໂຮງຮຽນ(ໂທລະສັບມືຖືທີ່ອອກຊື່ໂຮງຮຽນ)
  • ໂພສເຕີ
    • ການຕິດໂພສເຕີໃສ່ຝາຫ້ອງຮຽນ ພ້ອມກັບຂໍ້ມູນກ່ຽວກັບວິທີການລາຍງານຄວາມຮຸນແຮງໃນໂຮງຮຽນ ອາດເປັນປະໂຫຍດ.
ຢູ່ນອກໂຮງຮຽນ
  • ສາຍດ່ວນ 112 ສຳນັກງານຕຳຫຼວດແຫ່ງຊາດ
    • ແຈ້ງເຫດສຸກເສີນເມື່ອເກີດເຫດການເລັ່ງດ່ວນ ເຊັ່ນ ຄວາມຮຸນແຮງໃນໂຮງຮຽນ ຫຼື ການກັ່ນແກ້ງທາງໄຊເບີ
    • ລະບົບລາຍງານ ແລະ ຈັດການອາດຊະຍາກຳໄຊເບີເອເລັກໂຕຣນິກ(Electronic Cybercrime Report & Management System) (https://ecrm.police.go.kr)
  • ສູນລາຍງານຄວາມຮຸນແຮງໃນໂຮງຮຽນ 117
    • ຮັບລາຍງານເຫດການຄວາມຮຸນແຮງໃນໂຮງຮຽນທົ່ວປະເທດ ແລະ ໃຫ້ຄວາມຊ່ວຍເຫຼືອສຸກເສີນ, ໃຫ້ຄຳແນະນຳໃນການສືບສວນ, ໃຫ້ຄຳປຶກສາທາງດ້ານກົດໝາຍ ແລະ ຂໍ້ມູນກ່ຽວກັບການະໜັບສະໜູນ.
    • ເປີດໃຫ້ບໍລິການຕະຫຼອດ 24 ຊົ່ວໂມງ ໃຫ້ການຊ່ວຍເຫຼືອແບບຄົບວົງຈອນທັນທີທີ່ໄດ້ຮັບການລາຍງານ ເຊັ່ນ ການຊ່ວຍເຫຼືອສຸກເສີນ, ການສືບສວນ, ການໃຫ້ຄຳປຶກສາທາງດ້ານກົດໝາຍ ແລະ ການເຊື່ອມຕໍ່ກັບທີ່ພັກ.
      (ໂທ) 117 ທົ່ວປະເທດ(ບໍ່ຕ້ອງມີລະຫັດພື້ນທີ່)
      (ຂໍ້ຄວາມ) #0117
      (ເວັບໄຊ) ລາຍງານຜ່ານ Safety Dream (ຫຼືພິມຄຳວ່າ “117”)
  • ເຈົ້າໜ້າທີ່ຕໍາຫຼວດປະຈຳໂຮງຮຽນ
    • ລາຍງານໄປຫາ ເຈົ້າໜ້າທີ່ຕໍາຫຼວດປະຈຳໂຮງຮຽນທີ່ຮັບຜິດຊອບໃນໂຮງຮຽນໂດຍກົງຜ່ານຂໍ້ຄວາມ ຫຼື ໂທລະສັບ.

(1)ໂຮງຮຽນ

ອົງການຮັບຜິດຊອບວຽກງານການຂົ່ມເຫັງ ໃນໂຮງຮຽນ

ເມື່ອເດັກນັກຮຽນແຈ້ງວ່າໄດ້ຮັບຄວາມຮຸນແຮງຕໍ່ກັບໜ່ວຍງານສະເພາະກິດກ່ຽວກັບຄວາມຮຸນແຮງໃນໂຮງຮຽນ ໜ່ວຍງານຈະລາຍງານຕໍ່ ຫ້ອງການສຶກສາພາຍໃນ 48 ຊົ່ວໂມງ ຫຼັງຈາກຢືນຢັນຂໍ້ເທັດຈິງເບື້ອງຕົ້ນ. ຫຼັງຈາກນັ້ນ ເຈົ້າໜ້າທີ່ສອບສວນຈາກ ສູນບັນເທົາຄວາມຮຸນແຮງໃນໂຮງຮຽນ(Zero School Violence Center) ຫຼື ໜ່ວຍງານສະເພາະກິດກ່ຽວກັບຄວາມຮຸນແຮງໃນໂຮງຮຽນ ແລະ ບັນດາຄູ ຈະເຂົ້າພົບນັກຮຽນ, ຜູ້ປົກຄອງ ແລະ ຜູ້ທີ່ກ່ຽວຂ້ອງອື່ນໆ ເພື່ອສອບສວນ.
ໜ່ວຍງານສະເພາະກິດກ່ຽວກັບຄວາມຮຸນແຮງໃນໂຮງຮຽນ ຈະພິຈາລະນາວ່າຜູ້ອຳນວຍການໂຮງຮຽນສາມາດຈັດການກໍລະນີນີ້ໄດ້ພາຍໃນໂຮງຮຽນຫຼືບໍອີງຕາມຜົນສອບສວນ. ຖ້າກົງຕາມເງື່ອນໄຂສຳລັບການຫາທາງອອກພາຍໃນ ແລະ ນັກຮຽນທີ່ຕົກເປັນເຫຍື່ອລວມທັງຜູ້ປົກຄອງເຫັນພ້ອມ ຜູ້ອຳນວຍການສາມາດດຳເນີນການພາຍໃນໄດ້. ເຖິງຢ່າງໃດກໍຕາມ ຖ້າບໍ່ເປັນໄປຕາມເງື່ອນໄຂສຳລັບການຫາທາງອອກພາຍໃນ ແລະ ນັກຮຽນທີ່ຕົກເປັນເຫຍື່ອລວມທັງຜູ້ປົກຄອງບໍ່ເຫັນພ້ອມ ໂຮງຮຽນຈະສົ່ງເລື່ອງໄປຍັງຄະນະກຳມະການມາດຕະການຄວາມຮຸນແຮງໃນໂຮງຮຽນຂອງຫ້ອງການສຶກສາ.

  • ສູນບັນເທົາຄວາມຮຸນແຮງໃນໂຮງຮຽນ(Zero School Violence Center): ໜ່ວຍງານສະເພາະໃນຫ້ອງການສຶກສາ ໃຫ້ການສະໜັບສະໜູນແບບບູລະນາການ ເຊັ່ນ ການຢຽວຢານັກຮຽນຜູ້ຕົກເປັນເຫຍື່ອຄວາມຮຸນແຮງໃນໂຮງຮຽນ, ການຟື້ນຟູຄວາມສຳພັນລະຫວ່າງ ນັກຮຽນທີ່ຕົກເປັນເຫຍື່ອ ແລະ ນັກຮຽນທີ່ກະທຳຜິດ ແລະ ການໃຫ້ຄຳປຶກສາທາງດ້ານກົດໝາຍແກ່ນັກຮຽນທີ່ຕົກເປັນເຫຍື່ອ.
  • ຜູ້ສືບສວນຄວາມຮຸນແຮງໃນໂຮງຮຽນ: ຜູ້ຊ່ຽວຊານດ້ານການສືບສວນ ແລະໃຫ້ຄໍາປຶກສາກ່ຽວກັບຄວາມຮຸນແຮງໃນໂຮງຮຽນ ໄດ້ຖືກແຕ່ງຕັ້ງ ແລະແຕ່ງຕັ້ງໂດຍຜູ້ບັນຊາການການສຶກສາ (ຫຼືຜູ້ຄຸ້ມຄອງການສຶກສາ) ເພື່ອຢືນຢັນຄວາມຈິງຂອງເຫດການທີ່ກ່ຽວຂ້ອງກັບຜູ້ເຄາະຮ້າຍ ຫຼືຜູ້ກະທຳຜິດຂອງຄວາມຮຸນແຮງໃນໂຮງຮຽນ.
ຫ້ອງຮຽນວີ(Wee)(ຫ້ອງໃຫ້ຄຳປຶກສາ)

ເປັນອົງການ ທີ່ຕັ້ງຢູ່ໃນໂຮງຮຽນ ໂດຍບໍລິການ ໃຫ້ຄຳປຶກສາ ຂັ້ນເບື້ອງຕົ້ນ(ຄັ້ງທີ່1) ແກ່ນັກຮຽນ ທີ່ພົບຄວາມຫຍຸ້ງຍາກ ໃນການໃຊ້ຊີວິດ ຢູ່ໃນໂຮງຮຽນ ເພື່ອໃຫ້ການຊ່ວຍເຫຼືອດ້ານຈິດໃຈ ແກ່ນັກຮຽນ.

(2)ອົງການຊ່ວຍເຫຼືອການສຶກສາ

ຄະນະກຳມະການສະກັດກັ້ນ ແລະ ກວດກາການຂົ່ມເຫັງໃນໂຮງຮຽນ

ຄະນະກຳມະການປ້ອງກັນຄວາມຮຸນແຮງໃນໂຮງຮຽນ(The School Violence Countermeasures Committee) ເປັນຄະນະກຳມະການຕາມກົດໝາຍໃນຫ້ອງການສຶກສາ ທີ່ເຮັດໜ້າທີ່ພິຈາລະນາກ່ຽວກັບການປ້ອງກັນ ແລະ ຮັບມືກັບຄວາມຮຸນແຮງໃນໂຮງຮຽນ. ຄະນະກຳມະການປຶກສາຫາລືກ່ຽວກັບການປ້ອງກັນ ແລະ ຮັບມືກັບຄວາມຮຸນແຮງໃນໂຮງຮຽນ, ການຄຸ້ມຄອງນັກຮຽນທີ່ຕົກເປັນເຫຍື່ອ, ໃຫ້ການສຶກສາ ແລະ ຄຳແນະແນວນັກຮຽນຜູ້ກະທຳຜິດ ແລະ ໄກ່ເກ່ຍຂໍ້ຂັດແຍ່ງລະຫວ່າງ ນັກຮຽນທີ່ຕົກເປັນເຫຍື່ອ ແລະ ຜູ້ກະທຳຜິດ.

ສູນວີ(Wee)(ສູນໃຫ້ຄຳປຶກສາ ແກ່ນັກຮຽນ)

ເປັນສູນ ທີ່ຂຶ້ນກັບອົງການຊ່ວຍເຫຼືອການສຶກສາ ໂດຍມີພາລະບົດບາດ ໃນການໃຫ້ຄຳປຶກສາ ຄັ້ງທີ່2 ໃຫ້ແກ່ນັກຮຽນ ທີ່ພົບພໍ້ ບັນຫາຫຍຸ້ງຍາກ ຈາກການຂົ່ມເຫັງ ຢູ່ໃນໂຮງຮຽນ ຊຶ່ງຈະໃຫ້ຄຳປຶກສາສຳລັບປິ່ນປົວແນວຄິດຈິດໃຈແກ່ນັກຮຽນ ທີ່ໄດ້ຮັບ ເຄາະຮ້າຍ.

ວີສະຄຸນ(Wee school)

ເປັນອົງການ ທີ່ບໍລິການໃຫ້ຄຳປຶກສາ ເປັນຄັ້ງທີ່ 3 ໂດຍຂື້ນກັບພະແນກສຶກສາຂອງນະຄອນ ຫຼື ແຂວງ ຊຶ່ງມີພາລະບົດບາດ ໃນການໃຫ້ຄຳປຶກສາ ແລະ ສຶກສາອົບຮົມ ເປັນໄລຍະຍາວ ແກ່ນັກຮຽນມີບັນຫາຫຍຸ້ງຍາກ ຈົນເຖິງຂັ້ນໂຈະການຮຽນ. ອົງການດັ່ງກ່າວ ແມ່ນເປີດບໍລິການໃຫ້ຄຳປຶກສາ ເປັນຫຼາຍຮູບແບບ ດ້ວຍການຝືກອົບຮົມ ແບບກິນນອນ ແລະ ໃຫ້ຄຳແນະນຳທີ່ດີ ເພື່ອປິ່ນປົວຈິດໃຈຂອງນັກຮຍນທີ່ມີບັນຫາການຮຽນ.

(3)ບໍລິສັດສັງຄົມ

ຄະນະຊ່ວຍເຫຼືອSOS ຕໍ່ການຂົ່ມເຫັງ ໃນໂຮງຮຽນ

ຄະນະຊ່ວຍເຫຼືອSOS ຕໍ່ການຂົ່ມເຫັງ ໃນໂຮງຮຽນຂອງມູນນິທິພູຣືນນາມູ ກຳລັງໃຫ້ການຊ່ວຍເຫຼືອ ຫຼາຍໆໂຄງການ ເພື່ອປ້ອງກັນການຂົ່ມເຫັງ, ແກ້ໄຂບັນຫາ ແລະ ປົວແປງສາຍພົວພັນ ລະຫວ່າງ ນັກຮຽນທີ່ເປັນຄູ່ກໍລະນີ ແລະ ພໍ່ແມ່ຜູ້ປົກ ຄອງທັງສອງຝ່າຍ ໂດຍສາມາດຕິດຕໍ່ໄດ້ ທີ່ເບິໂທ(☎1588-9128) ຫຼື ຂໍຄຳປຶກສາທາງອອນ ລາຍ ທີ່ເວັບໄຊ້ www.btf.or.kr

  • ສູນໜັບສະໜູນແບບບູລະນາການສຳລັບຄວາມຮຸນແຮງໃນໂຮງຮຽນ(Integrated Support Center for School Violence): ໃຫ້ການສະໜັບສະໜູນແບບຄົບວົງຈອນ ເຊັ່ນ ການສະໜັບສະໜູນທາງດ້ານຈິດໃຈ, ດ້ານການແພດ ແລະ ດ້ານກົດໝາຍ ແກ່ນັກຮຽນຜູ້ຖືກກະທຳ ແລະ ຜູ້ກະທຳຜິດ ແລະ ພ້ອມທັງເຊື່ອງໂຍງໄປຫາໜ່ວຍງານທີ່ກ່ຽວຂ້ອງກັບຄວາມຮຸນແຮງໃນໂຮງຮຽນ
  • ສູນໃຫ້ຄຳປຶກສາ ແລະ ບໍາບັດສະເພາະທາງໃນດ້ານຄວາມຮຸນແຮງໃນໂຮງຮຽນ (Counseling and Therapy Center Specializing in School Violence): ໃຫ້ຄຳປຶກສາທາງດ້ານຈິດຕະວິທະຍາ ແລະ ການບຳບັດທັງຕໍ່ນັກຮຽນທີ່ຖືກກະທຳ. ຜູ້ກະທຳຜິດ, ແລະ ຄອບຄົວຂອງພວກເຂົາ ເຊັ່ນ ການໃຫ້ຄຳປຶກສາແບບພົບໜ້າ, ແບບກຸ່ມ,​ແບບອອນບາຍ, ການຢ້ຽມຢາມໃຫ້ຄຳປຶກສາ. ຄ້າຍກິດຈະກຳ ແລະ ການໃຫ້ຄວາມຮູ້.
  • ສູນໄກ່ເກ່ຍຂໍ້ຂັດແຍ່ງກ່ຽວກັບການຂົ່ມເຫັງ ໃນໂຮງຮຽນ: ເປັນສູນ ທີ່ບໍລິການ ໃຫ້ຄຳປືກສາດ້ານກົດໝາຍ, ແນະນຳ ການແກ້ໄຂບັນຫາຂັດແຍ່ງ ແລະ ໄກ່ເກ່ຍບັນຫາ ລະຫວ່າງ ນັກຮຽນທີ່ໄດ້ຮັບຜົນເສຍຫາຍ ແລະ ນັກຮຽນ ກໍ່ຄວາມ ເສຍຫາຍ.
ສາຍດ່ວນ1388 ໃຫ້ຄຳປຶກສາ ສຳລັບເຍົາວະຊົນ

ບໍລິການໃຫ້ຄໍາປຶກສາເຍົາວະຊົນ(Youth Counseling) 1388 ເປັນບໍລິການໃຫ້ຄຳປຶກສາທີ່ດຳເນີນງານໂດຍ ກະຊວງ ຄວາມເທົ່າທຽມທາງເພດ ແລະ ຄອບຄົວ (Ministry of Gender Equality and Family). ທ່ານສາມາດຂໍຄຳປຶກສາກັບຜູ້ໃຫ້ຄຳປຶກສາທີ່ເປັນມືອາຊີບຕແຫຼອດ 24/7, 365 ວັນ ຕໍ່ປີ ກ່ຽວກັບຂໍ້ກັງວົນຕ່າງໆ ລວມໄປເຖິງຄວາມເສຍຫາຍທີ່ເກີດຈາກ ຄວາມຮຸນແຮງໃນໂຮງຮຽນ ແລະ ບັນຫາຄວາມສຳພັນກັບໝູ່ເພື່ອນ. ຂໍຄຳປຶກສາໄດ້ທາງໂທລະສັບ (☎1388), ອອນລາຍ (www.cyber1388.kr) ຂໍ້ຄວາມ/KakaoTalk (#1388).

ຊັງມາດີແສມ

ຊັງດາມີສຊຳ(Sangdami-ssam)ເປັນບໍລິການໃຫ້ຄຳປຶກສາແບບເຄື່ອນທີ່ ທີ່ໃຫ້ການສະໜັບສະໜູນຄ່າປຶກສາ ແລະ ຄ່າຮັກສາທີ່ກ່ຽວຂ້ອງກັບຄວາມຮຸນແຮງໃນໂຮງຮຽນ ໂດຍຄວາມຮ່ວມມືລະຫວ່າງ ກະຊວງສຶກສາທິການ. ທະນາຄານເຄບີຄຸກມິນ(KB Kookmin),ກາເກົ້າ ແລະ ສະມາຄົມແພດແບບເປີດເກົາຫຼີ(Korean Open Doctors Society). ຄົ້ນຫາຄຳວ່າ “Sangdami-ssam” ໃນແອັບ KakaoTalk, ເພີ່ມເປັນເພື່ອນ ແລະ ສົ່ງຂໍ້ຄວາມເພື່ອຂໍຄຳປຶກສາຈາກຜູ້ໃຫ້ຄຳປຶກສາມືອາຊີບ (Cເວລາໃຫ້ບໍລິການປຶກສາ: ວັນລັດຖະການ 10:00–24:00, ຍົກເວັ້ນວັນຢຸດທ້າຍອາທິດ/ວັນພັກທາງລັດຖະການ). ສະໜັບສະໜູນຄ່າປຶກສາບໍ່ເກີນ KRW 800,000 ໃຫ້ແກ່ນັກສຶກສາບໍ່ເກີນ 150 ຕໍ່ປີ ໃນກຸ່ມນັກຮຽນທີ່ຕົກເປັນເຫຍື່ອ, ຜູ້ກໍ່ເຫດ ແລະ ນັກຮຽນທີ່ມີຄວາມສ່ຽງສູງຕໍ່ຄວາມຮຸນແຮງໃນໂຮງຮຽນຜູ້ທີ່ໄດ້ຮັບຄຳປຶກສາ.

  • 상다미쌤
ຂໍ້ມູນທີ່ເປັນປະໂຫຍດ!
ໂຄງການວີ(Wee) ສໍາລັບນັກຮຽນທີ່ປັບຕົວຍາກ ໃນໂຮງຮຽນຫຼືກໍາລັງປະສົບບັນຫາ

ວິ“Wee” ເປັນຊື່ຫຍໍ້ມາຈາກ (“WE + Education", ຫຼື “WE + Emotion")

  • Safe-net ຄັ້ງທີ່1 ວີ(Wee)ກຣັດສ໌
    • ສ້າງຕັ້ງ ໃນໂຮງຮຽນກຸ່ມຈຸດສຸມ
    • ຄົ້ນຫາ ແລະ ແກ້ໄຂບັນຫາຫຍຸ້ງຍາກສຳລັບການປັບຕົວໃນໂຮງຮຽນ ແລະ ຊ່ວຍສຶກສາອົບຮົມການປັບຕົວ ໃນໂຮງຮຽນ
    • ໃຫ້ຄຳປຶກສາ ແກ່ນັກຮຽນທົ່ວໄປ ແລະ ນັກຮຽນທີ່ປັບຕົວຍາກ ໃນໂຮງຮຽນ ລວມທັງນັກຮຽນທີ່ຖືກ ຫຼື (ຂົ່ມເຫັງ, ໂຈະການຮຽນ, ໂຕນຊົ່ວໂມງ ຮຽນ, ມະນຸດສຳພັນ, ຕິດສື່ອອນລາຍ ແລະ ອື່ນໆ).
  • Safe-net ຄັ້ງທີ່2ສູນວີ(Wee)
    • ສ້າງຕັ້ງຂຶ້ນ ໂດຍອົງການຊ່ວຍເຫຼືອການສຶກສາທ້ອງຖິ່ນ
    • ບໍລິການໃຫ້ການຊ່ວຍເຫຼືອ ໃນການປົວແປງຈິດໃຈ ແລະ ໃຫ້ຄຳປຶກສາທາງວິຊາການ ແກ່ນັກຮຽນ ທີ່ພົບບັນຫາຮ້າຍແຮງ.
    • ໃຫ້ຄຳປຶກສາ ແກ່ນັກຮຽນ ທີ່ບໍ່ສາມາດສຶກສາອົບຮົມໄດ້ ຢູ່ໃນກຸ່ມໂຮງຮຽນຈຸດສຸມ
  • Safe-net ຄັ້ງທີ່3 ວີ(Wee)ສະຄຸ່ນ
    • ສ້າງຕັ້ງຂຶ້ນໂດຍພະແນກສຶກສາແຂວງ ຫຼື ນະຄອນ
    • ຮັບສຶກສາອົບຮົມ ນັກຮຽນ ທີ່ມີບັນຫາຮ້າຍແຮງ ທີ່ຕ້ອງການປັບປຸງເປັນໄລຍະຍາວ ຕາມການມອບໝາຍ
    • ໃຫ້ຄຳປຶກສາ ແກ່ນັກຮຽນ ທີ່ມີບັນຫາໜັກໜ່ວງ ທີ່ຕ້ອງການຄຳປອບໃຈ ແລະ ສຶກສາອົບຮົມ ເປັນໄລຍະຍາວ
ວຽກນີ້ສາມາດນຳໃຊ້ໄດ້ອີງຕາມເງື່ອນໄຂ “KOGL (ໃບອະນຸຍາດລັດທະບານເປີດປະເຫດເກົາຫຼີ) ປະເພດ 4: ເງື່ອນໄຂ ແຫຼ່ງທີ່ມາຊີ້ບອກ+ການຫ້າມການນຳໃຊ້ທາງການຄ້າ+ການຫ້າມການປ່ຽນແປງ”.